Homeມຸມຂ່າວ AECກາເຟລາວ ຍັງຕ້ອງການແຫຼ່ງທຶນ ສຳລັບກຽມຄວາມພ້ອມຮັບ AEC

ກາເຟລາວ ຍັງຕ້ອງການແຫຼ່ງທຶນ ສຳລັບກຽມຄວາມພ້ອມຮັບ AEC

Published on

 

ເຖິງ​ແມ່ນ​ວ່າກາເຟ​ລາວເປັນ​ທີ່​ຕ້ອງການ​ຂອງ​ຕະຫຼາດ ແຕ່​ຖື​ວ່າ​ຍັງ​ອ່ອນ​ນ້ອຍ​ຫຼາຍ ​ເມື່ອທຽບໃສ່​ຜົນ​ຜະລິດ​ກາເຟ

ຜະລິດໄດ້​ພຽງ 30.000 ກວ່າ​ໂຕນ​ຕໍ່​ປີ ຫວຽດນາມຜະລິດ​ໄດ້ 1,5 ລ້ານໂຕນ ໄທ 60.000 ໂຕນ ເຊິ່ງ​ບັນຫາ​ດັ່ງກ່າວ​

ຮຽກຮ້ອງ​ໃຫ້​ມີ​ການສະໜັບສະໜູນ​ດ້ານ​ທຶນຮອນກໍ່​ຄືສິນ​ເຊື່ອ ຂະນະ​ທີ່​ການ​ສະໜອງທຶນ​ນັ້ນ​ ຕ້ອງ​ໃຫ້​ສົມ​ດູນ​ໃນ

​ແຕ່​ລະຫົວໜ່ວຍ​ທຸລະ​ກິດ.

 

ທ່ານ ສີ​ນຸກ ສີ​ສົມບັດ ປະທານ​ສະມາຄົມ​ກາເຟ​ລາວ​ກ່າວ ໃນ​ກອງ​ປະຊຸມ​ກ່ຽວ​ກັບ​ການສ້າງ​ຄວາມ​ພ້ອມ ​ໃນ​ການ​ເຂົ້າ

​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ ທີ່​ຈັດ​ຂຶ້ນ​ໃນ​ກາງ​ເດືອນ​ສິງຫາຜ່ານ​ມາ​ວ່າ: ກາລະ​ໂອກາດ​ໃນການ​ແຂ່ງຂັນ ​ໄລຍະ​ການ

​ເຊື່ອມປະຊາ​ຄົມ​ເສດຖະກິດ​ອາ​ຊຽນຂອງ​ກາເຟ​ລາວ​ແມ່ນ​ມີ​ຫຼາຍ ເນື່ອງ​ຈາກ​ຂະແໜງ​ຂອງ​ພວກເຮົາ​ບໍ່​ໄດ້​ຕົກ​ຢູ່​ໃນ​

ພາວະ​ທີ່​ອ່ອນແອ ອົງ​ປະກອບ​ດ້ານ​ກາເຟ​ລາວ ຢູ່​ໃນ​ສະພາບ​ເຂັ້ມແຂງ ບໍ່​ດ້ອຍໜ້າ​ຕ່າງປະເທດ ຖ້າ​ເວົ້າ​ເຖິງການ​ປຸງ

​ແຕ່ງ​ພວກ​ເຮົາ​ກໍ່​ມີ​ໂຮງງານ​ປຸງ​ແຕ່ງ​ເຊັ່ນ​ດຽວ​ກັນ​ ຊາວສວນ​ຂະໜາດ​ນ້ອຍ​ສາມາດ​ຜະລິດ​ກາເຟ​ຄຸນະພາບ ສາມາດ​

ຈຳໜ່າຍ​ໃນ​ລາຄາ​ແພງທີ່​ສຸດ​ໃນຕະຫຼາດ​ໂລກ​ໄດ້ເຊັ່ນ: ຂາຍ​ເຂົ້າຍີ່ປຸ່ນ ນອກຈາກ​ນັ້ນ ​ປະເທດອ້ອມ​ຂ້າງ​ໄດ້​ເຂົ້າ​ມາ​ຊື້​

ກາເຟຈາກ ​ສປປ ລາວ ເຮົາ ​ນັບ​ມື້​ເພີ່ມຂຶ້ນ ບໍ່​ວ່າ​ຈະ​ເປັນ​ກາເຟ​ດິບ ຂົ້ວ ແລະ ກາເຟ​ສຳເລັດ​ຮູບ ເຖິງແມ່ນ​ວ່າ​ຫວຽດ

ນາມ​ ເປັນ​ປະເທດທີ່​ຜະລິດ​ກາເຟ​ອັນ​ດັບ​ສອງ​ຂອງໂລກ ແຕ່​ຍັງ​ນຳ​ກາເຟ​ຂຽວ​ຈາກ ​ສປປ ລາວ ຫຼາຍ​ກວ່າ 4.000

ໂຕນ​ຕໍ່​ປີ ໄທ​ກໍ່​ນຳ​ເຂົ້າ​ກາເຟ​ຈາກລາວ​ຈຳນວນ​ໜຶ່ງ​ເຊັ່ນ​ດຽວ​ກັນ ເນື່ອງ​ຈາ​ກວ່າ​ ລາວ​ເຮົາ​ຜະລິດກາເຟ​ອາ​ຣາ​ບິ​ກາ

ຫຼາຍ​ກວ່າສອງ​ເທົ່າ​ທີ່​ໄທ​ຜະລິດ.

 

ແຕ່​ທາງ​ສະມາຄົມ​ກາເຟລາວ ກໍ່​ຍັງ​ປະສົບ​ກັບ​ສິ່ງ​ທ້າ​ທາຍດ້ານ​ຄວາມ​ສາມາດ ​ໃນ​ການ​ຂະຫຍາຍ​ທຸລະ​ກິດ ເຊິ່ງ​ການ

​ສະໜອງ​ທາງ​ດ້ານ​ທຶນຮອນເຊັ່ນ: ການ​ປ່ອຍ​ເງິນ​ກູ້​ຂອງ​ທະນາຄານ ບໍ່​ສະ​ໝ່ຳ​ສະເໝີ ບາງ​ຫົວໜ່ວຍໄດ້​ຫຼາຍ​ໂພດ

ບາງ​ຫົວໜ່ວຍ​ໄດ້ໜ້ອຍ ຫຼື ບໍ່​ໄດ້​ເລີຍ ສ້າງ​ຄວາມຫຍຸ້ງຍາກ​ໃນ​ການ​ເຂົ້າ​ເຖິງ​ແຫຼ່ງທຶນ ພາໃຫ້​ຕະຫຼາດ​ບໍ່​ມີ​ຄວາມທ່ຽງ

ບັນຫາ​ດັ່ງກ່າວ​ນີ້ ພາກ​ລັດຕ້ອງ​ໄດ້​ເອົາໃຈໃສ່​ຕື່ມ ເນື່ອງຈາກ​ຄວາມ​ຕ້ອງການ​ໃນ​ການນຳ​ໃຊ້​ເຄື່ອງມື​ກົນ​ຈັກ ​ເຂົ້າ​ໃນ

ການ​ຜະລິດ​ຫຼາຍ​ສົມຄວນ ດັ່ງນັ້ນ ຄວນ​ສ້າງ​ໂອກາດ​ໃນ​ການ​ເຂົ້າເຖິງ​ແຫຼ່ງ​ທຶນ​ຂອງ​ຜູ້​ປະກອບ​ການໃຫ້​ຫຼາຍ​ຂຶ້ນ.

 

ເພື່ອ​ສ້າງ​ຄວາມ​ເຂັ້ມແຂງໃຫ້​ກັບ​ກາເຟ​ລາວ ທາງ​ສະ​ມາຄົມ​ກາເຟ​ລາວ ຈະ​ໄດ້​ຈັດ​ບຸນ​ມະໂຫ​ລານກາ​ເຟ​ຂຶ້ນ ໃນ​ເດືອນ

​ຕຸລາ 2014 ທີ່​ຈະ​ມາ​ເຖິງ​ນີ້ ໂດຍ​ມີ​ເປົ້າໝາຍ​ສ້າງ​ຊື່​ສຽງ​ກາເຟ​ລາວຢູ່ໃນ​ສັງຄົມ​ລາວ ໃຫ້​ຄົນ​ລາວ​ມີຄວາມ​ພູມໃຈ​ສະ

ໜັບສະໜູນ​ກາເຟ​ລາວ ກາຍເປັນ​ກຳແພງ​ກັ້ນຜົນ​ກະທົບ​ທີ່​ຈະ​ເກີດ​ຂຶ້ນ​ກັບ​ກາເຟ​ລາວ ທັງ​ຈະ​ເປັນ​ການ​ເຕົ້າໂຮມ​

ຜູ້​ປະກອບ​ການ​ກາເຟ​ທົ່ວ​ປະເທດ ເຊື້ອ​ເຊີນ​ສະມາຄົມ​ກາເຟອາ​ຊຽນ ຕົ້ນຕໍ ຫວຽດນາມ ໄທ ອິນ​ໂດ​ເນ​ເຊຍ ເຂົ້າ​ຮ່ວມ.

 

ແຫຼ່ງຂ່າວ: ວຽງຈັນໃໝ່

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...