Homeຂ່າວພາຍ​ໃນFIFA ປັບໃໝສະຫະພັນບານເຕະແຫ່ງຊາດລາວ 7 ແສນໂດລາກໍລະນີເຄື່ອນຍ້າຍນັກເຕະຜິດຂໍ້ກຳນົດ

FIFA ປັບໃໝສະຫະພັນບານເຕະແຫ່ງຊາດລາວ 7 ແສນໂດລາກໍລະນີເຄື່ອນຍ້າຍນັກເຕະຜິດຂໍ້ກຳນົດ

Published on

ເມື່ອວັນທີ 19 ເມສາ 2018 ທີ່ຜ່ານມາ ສະຫະພັນບານເຕະສາກົນ ຫຼື FIFA ອອກຖະແຫຼງການວ່າ ໄດ້ລົງໂທດປັບໃໝສະຫະພັນບານເຕະແຫ່ງຊາດລາວເປັນເງິນ 700.000 ໂດລາ ຈາກການລະເມີດຂໍ້ກຳນົດຕ່າງໆທີ່ກ່ຽວກັບການເຄື່ອນຍ້າຍນັກເຕະລະຫວ່າງປະເທດ ແລະ ການລົງທະບຽນໃນຄັ້ງທຳອິດຂອງນັກເຕະລຸ້ນເຍົາວະຊົນ, ເຊິ່ງຜິດກົດຂອງ FIFA ຕາມມາດຕາ 19 ວ່າດ້ວຍສະຖານະ ແລະ ການເຄື່ອນຍ້າຍນັກເຕະລະຫວ່າງປະເທດທີ່ເປັນຄວາມຜິດຫຼັກ ແລະ ຍັງຜິດຂໍ້ກຳນົດເອົານັກເຕະລຸ້ນເຍົາວະຊົນ ແລະ ລຸ້ນໃຫຍ່ປະສົມລົງໃນການແຂ່ງຂັນ

ເຊິ່ງການຕັດສິນດັ່ງກ່າວຂອງ FIFA ອາດສືບເນື່ອງມາຈາກສະໂມສອນບານເຕະລາວ ຈັດຫານັກເຕະເຍົາວະຊົນອາຟຣິກາ ຈຳນວນ 23 ຄົນມາເຊັນສັນຍາເປັນນັກເຕະໃນສະໂມສອນຂອງຕົນແບບບໍ່ຖືກຕ້ອງເມື່ອປີ 2015 ທີ່່ຜ່ານມາ

ຫຼ້າສຸດທາງສະຫະພັນບານເຕະແຫ່ງຊາດລາວ ໄດ້ອອກມາຊີ້ແຈງຜ່ານເຟສບຸກທີ່ມີຊື່ວ່າ: ສະຫະພັນບານເຕະແຫ່ງຊາດລາວ Lao Football Federation ໂດຍມີເນື້ອໃນກ່າວໄວ້ວ່າ

“ແຈ້ງການ ຄໍາຕັດສິນຂອງຄະນະກໍາມະການລະບຽບວິໄນຟີຟ່າ
ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ຂໍແຈ້ງມາຍັງປວງຊົນລາວ, ບັນດາສື່ມວນຊົນລາວ ແລະ ຜູ້ຕິດຕາມກິລາບານເຕະທັງພາຍໃນ ແລະ ຕ່າງປະເທດ ໃຫ້ຊາບວ່າ ສຕລ ໄດ້ຮັບຄໍາຕັດສິນຈາກສະຫະພັນບານເຕະນານາຊາດ (ຟີຟ່າ) ໃນວັນທີ 19 ເມສາ 2018 ທີ່ຜ່ານມາ. ສຕລ ກໍ​ໄດ້​ໃຫ້​ຄວາມ​ຮ່ວມມ​ື​ຢ່າງ​ເຕັມ​ທີ່​ຕໍ່​ກັບ​ຄະ​ນະ​ກຳ​ມະ​ການ​ລະ​ບຽບ​ວິ​ໄນ​ຂອງ​ ຟີ​ຟ່າ ໃນ​ການ​ດຳ​ເນີນ​ການ​ສຶບ​ສວນ ຄະ​ດີ​ດັ່ງ​ກ່າວ ຢ່າງ​ເປີດ​ເຜີຍ​ ແລະ ຈິງ​ໃຈ​ ຕະ​ຫລອດ​ມາ. ເມື່ອ​ໄດ້​ເຫັນ​ຄຳ​ຕັດ​ສິນ​ດັ່ງ​ກ່າວ​ຂອງ ຟີ​ຟ່າ ແລ້ວ ສ​ຕ​ລ ກໍ​ໄດ້​ຮ້​ອນ​ໃຈ​ຄັດ​ເລືອກ ແລະ ແຕ່ງ​ຕັ້ງ​ທະ​ນາຍ​ຄວາມ​ຂອງ​ຕ​ົນ ເພື່ອ​ອຸ​ຖອນ​ຄ​ະ​ດີ​ດັ່ງ​ກ່າວ ຕໍ່​ຄະ​ນະ​ກຳ​ມະ​ການ​ອຸ​ທອນ​ຂອງ ຟີ​ຟ່າ ເພື່ອ​ປົກ​ປ້ອງ​ກຽດ ແລະ ຊື່​ສຽງ​ຂອງ ສ​ຕ​ລ ກໍ​ຄື​ປະ​ເທດຊາດ .“

 

ແຫລ່ງຂ່າວຈາກ: ອິດສະຫຼະ ແລະ ສະຫະພັນບານເຕະແຫ່ງຊາດລາວ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...