Homeຂ່າວຕ່າງປະເທດ ເຈີ​ກ້ອນ​ຜົມ​ໃນ​ທ້ອງ​ຂອງ​ເດັກ​ຍິງ​ອາຍຸ 5 ປີ

ເຈີ​ກ້ອນ​ຜົມ​ໃນ​ທ້ອງ​ຂອງ​ເດັກ​ຍິງ​ອາຍຸ 5 ປີ

Published on

Hairball-mainjpeg-451x300

   ວັນທີ 8 ກັນຍາ 2014 ເວັບ​ໄຊ​ເດິ​ມິ​ເລີ ລາຍ​ງານ​ຂ່າວ​ເລື່ອງ​ລາວ​ຂອງ​ມິນ​ລີ່ ວອນ​ລິດ ເດັກ​ຍິງ​ອາຍຸ 5 ປີ ເຈັບ​ທ້ອງ​ດ້ວຍ​ຄວາມ​ທຸກ​ທໍລະ​ມານ​ທຸກ​ມື້ ​ເມື່ອ​ລິ​ຊ່າ​ແມ່​ຂອງ​ນາງ​ໄດ້​ພາ​ລູກ​ໄປ​ກວດ​ທີ່​ໂຮງໝໍ​ສ່ອງ​ເອັກ​ຊະ​ເລ​ກໍ​ພົບ​ບາງ ສິ່ງ​ບາງຢ່າງ​ຄ້າຍຄື​ເນື້ອ​ງອກ​ໃນ​ກະເພາະ​ອາຫານ

ແຕ່​ໝໍ​ກໍ​ຕ້ອງ​ງົງ​ ​ເພາະ​ບໍ່​ເຄີຍ​ເຈີິເນື້ອ​ງອກ​ແບບ​ນີ້​ມາ​ກ່ອນ ເມື່ອຜ່າ​ອອກມາເບິ່ງ​ກໍ​ພົບ​ວ່າ​ໃນ​ທ້ອງ​ນາງ​ມີ​ເສັ້ນ​ຜົມ​ຢູ່​ກ້ອນ​ໃຫຍ່​ຫລາຍ ​ໃນ​ກະເພາະ​ອາຫານ​ໝໍ ພິຈາລະນາ​ວ່າ​ມັນ​ຢູ່ໃນ​ກຸ່ມພະຍາດ​ລາ​ພັນ​ເຊລ ຊຶ່ງ​ເປັນ​ພະຍາດ​ປະ​ຫລາດ​ທີ່ເກິດຂື້ນ​ໄດ້​ໃນ​ໜ້ອຍ​ຄົນ ໂດຍ​ສາ​ເຫດ​ຂອງ​ການ​ເກີດ​ພະຍາດ​ຊະນິດ​ນີ້​ເກີດ​ຈາກ​ການ​ກິນ​ສິ່ງ​ແປກປອມ​ລົງ​ສູ່​ທາງເດີນ​ອາຫານ ໂດຍ​ບໍ່​ໄດ້​ຕັ້ງ​ໃຈ

ຊຶ່ງ​ຄາດ​ວ່າ​ສາວນ້ອຍ​ອາດຈະ​ເຜີ​ດຶງ​ຜົມ​ຂອງ​ຕົວ​ເອງ​ເຂົ້າ​ປາກ​ ແບບ​ບໍ່​ຮູ້​ຕົວ​ຈົນ​ມັນເພີ່ມ​ຂຶ້ນ​ໃນ​ກະເພາະ​ອາຫານ ຊຶ່ງ​ໝໍ​ໄດ້​ນຳ​ກ້ອນ​ຜົມ​ອອກ​ມາ​ຮຽບຮ້ອຍແລ້ວ​ ແລະ ​ຕ້ອງ​ຄອຍຖ້າ​ເບິ່ງ​ອາການ​ຕໍ່ໄປ ໂດຍ​ແມ່​ຂອງ​ນາງ​ເປີດເຜີຍ​ວ່າ​ເມື່ອ​ຕອນ​ທີ່​ມິນ​ລີ່ 3 ປີ​ຂະນະ​ທີ່​ນາງ​ຫວີ​ຜົມ​ໃຫ້​ລູກ​ກໍ​ຮູ້ສຶກ​ວ່າ​ຜົມ​ຂອງ​ລູກ​ສາວ​ຫາຍ​ໄປ​ເປັນ​ກະ​ຈຸກໆ ຊຶ່ງ​ນັ້ນ​ອາດຈະ​ເຊື່ອມ​ໂຍງ​ກັບ​ການ​ທີ່​ມີ​ຜົມ​ໃນ​ກະເພາະ​ຂອງ​ມິນ​ລີ່​ກໍ​ເປັນ​ໄດ້

 

ບົດຄວາມຫຼ້າສຸດ

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ເປີດຕົວປຶ້ມໃໝ່ “ປະເທດທີ່ຍິ່ງໃຫຍ່ສ້າງໄດ້ໂດຍຜູ້ນຳທີ່ດີ” ໂດຍ ທ່ານ ດຣ. ອານຸລັກ ກິດຕິຄຸນ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...