spot_img
Homeຂ່າວຕ່າງປະເທດກຸ່ມ IS ໂຫດຕໍ່ເນື່ອງ! ຂ້າຕັດຄໍທະຫານເລບານອນ ເປັນລາຍທີສາມ!

ກຸ່ມ IS ໂຫດຕໍ່ເນື່ອງ! ຂ້າຕັດຄໍທະຫານເລບານອນ ເປັນລາຍທີສາມ!

Published on

 

ໃນວັນທີ 7 ກັນຍາ 2014 ຜ່ານມານີ້ ເວັບຂ່າວຂອງຕ່າງປະເທດລາຍງານວ່າ ກຸ່ມກໍ່ການຮ້າຍລັດອິດສະລາມ ຫຼື IS

ໄດ້ເຜີຍແຜ່ຄຣິບວີດີໂອຂ້າຕັດຄໍທະຫານເລບານອນອອກມາ ໂດຍອ້າງວ່າທະຫານຄົນດັ່ງກ່າວ ພະຍາຍາມຈະໜີ

ອອກມາ ຫຼັງຈາກຖືກຈັບກຸມໂຕຕັ້ງແຕ່ເດືອນສິງຫາທີ່ຜ່ານມານີ້.

 

ໂດຍົຫວໜ້າຂອງກຸ່ມ ໄອເອັສ ຈາກເມືອງ ອັນ ກາລາມູນ ທາງຕອນເໜືອຂອງເລບານອນ ໄດ້ອອກມາຍອມຮັບ

ວ່າ ໄດ້ຂ້າທ້າວ ອັບບາສ ເມດເລດ ທະຫານຊາວເລບານອນແທ້ຈິງ ເນື່ອງຈາກໃນຕອນນັ້ນ ທ້າວ ເມດເລດ ອ້າງ

ວ່າຕ້ອງການໄປຫ້ອງນ້ຳ ແຕ່ເຂົາຊ້ຳພັດຈັບເອົາປືນມາຍິງໃສ່ສະມາຊິກຂອງກຸ່ມ ໄອເອັສ ແທນໂດຍບໍ່ໄດ້ໃຫ້ລາຍ

ລະອຽດວ່າ ທ້າວ ເມດເລດ ຈັບເອົາປືນມາຄອບຄອງໄດ້ດ້ວຍວິທີໃດ.

 

ທັງນີ້ ການປະທະກັນຮຸນແຮງລະຫວ່າງທະຫານເລບານອນ ກັບກຸ່ມໄອເອັສ ໄດ້ເກີດຂຶ້ນທີ່ເມືອງອາຊັນ ທາງຊາຍ

ແດນເລບານອນທີ່ຕັດກັບຊີເຣຍ ໃນເດືອນສິງຫາ 2014 ທີ່ຜ່ານມາ ໂດຍເຫດການດັ່ງກ່າວນັ້ນ ມີທະຫານເລບາ

ນອນ 17 ຄົນເສຍຊີວິດ ແລະ ມີບາງສ່ວນຖືກຈັບກຸມໂຕໄປ ໂດຍມີທະຫານ 10 ຄົນ ທີ່ຖືກຈັບໂດຍກຸ່ມໄອເອັສ

ແລະ ອີກ 18 ຄົນຖືກຈັບໂດຍກຸ່ມ ອັນ ເນີຊາຣາ ເຊິ່ງເປັນກຸ່ມທີ່ເຄື່ອນໄຫວອິດສະລາມຕໍ່ຕ້ານການປົກຄອງໃນ

ຊີເຣຍ.

 

ກ່ອນໜ້ານີ້ ໄດ້ມີການເຜີຍແຜ່ຄຣິບວີດີໂອຂອງກຸ່ມໄອເອັສ ທີ່ຂ້າຕັດຄໍນັກຂ່າວຊາວອາເມຣິກັນ ຈົນສ້າງຄວາມ

ສະເທືອນໃຈໃຫ້ແກ່ຜູ້ຄົນໃນທົ່ວໂລກ ໂດຍທີ່ກຸ່ມໄອເອັສ ຕ້ອງການໃຫ້ລັດຖະບານຂອງເລບານອນ ປ່ອຍໂຕສະ

ມາຊິກກຸ່ມກໍ່ການຮ້າຍທີ່ລັດຖະບານເລບານອນຈັບກຸມໄປ.

 

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...