spot_img
Homeລວມກົດຫມາຍລາວຜູ້ທຸກຍາກ ຜູ້ດ້ອຍໂອກາດ ຜູ້ພິການ ຯລຯ ສາມາດຂໍຄວາມຊ່ວຍເຫຼືອທາງກົດໝາຍໄດ້ໂດຍບໍ່ເສຍຄ່າ

ຜູ້ທຸກຍາກ ຜູ້ດ້ອຍໂອກາດ ຜູ້ພິການ ຯລຯ ສາມາດຂໍຄວາມຊ່ວຍເຫຼືອທາງກົດໝາຍໄດ້ໂດຍບໍ່ເສຍຄ່າ

Published on

ເວົ້າເລື່ອງກົດໝາຍມາ ຕາສີຕາສາຜູ້ທີ່ບໍ່ມີຄວາມຮູ້ທາງດ້ານນີ້ອາດຄິດວ່າມັນເປັນເລື່ອງທີ່ໄກໂຕ ທັງໆທີ່ທຸກຢ່າງທີ່ຢູ່ອ້ອມໂຕເຮົານີ້ລ້ວນແລ້ວແຕ່ມີກົດໝາຍຄຸ້ມຄອງ ນັບຕັ້ງແຕ່ເຮົາມືນຕາຂຶ້ນມາ ຈົນຮອດມື້ທີ່ເຮົາໝົດລົມຫາຍໃຈເສຍຊີວິດ ຫຼື ການເຄື່ອນໄຫວວຽກງານທັງພາກລັດ ແລະ ເອກະຊົນ ແລະ ການດຳລົງຊີວິດໃນສັງຄົມ, ທັງໝົດເຫຼົ່ານີ້ລ້ວນແລ້ວແຕ່ມີກົດໝາຍຄຸ້ມຄອງ ແລະ ເມື່ອເກີດຄະດີຄວາມຂຶ້ນມາ ກົດໝາຍກໍຈະເຂົ້າມາກ່ຽວຂ້ອງໃນທັນທີ.

ແນວໃດກໍຕາມ ທີ່ຜ່ານມາຜູ້ທີ່ທຸກຍາກ, ຜູ້ດ້ອຍໂອກາດ, ຜູ້ພິການ ແລະ ເດັກນ້ອຍບາງຄົນ ຫຼື ຜູ້ກະທຳຜິດທີ່ກົດໝາຍກຳນົດໃຫ້ມີທະນາຍຄວາມເຂົ້າໄປຊ່ວຍເຫຼືອເວລາເກີດການຮ້ອງຟ້ອງຂຶ້ນໂຮງຂຶ້ນສານ ອາດພົບວ່າເປັນເລື່ອງຫຍຸ້ງຍາກທີ່ຈະໄດ້ຮັບຂໍ້ມູນຂ່າວສານ, ຂໍຄຳປຶກສາທາງດ້ານກົດໝາຍ, ການຮ່າງເອກະສານ ແລະ ຂໍຜູ້ຕາງໜ້າໃນການດຳເນີນຄະດີ. ແຕ່ເມື່ອບໍ່ດົນມານີ້ ລັດຖະບານໄດ້ອອກດຳລັດ ກ່ຽວກັບການຊ່ວຍເຫຼືອທາງດ້ານກົດໝາຍເພື່ອໃຫ້ທຸກຄົນສາມາດເຂົ້າເຖິງກົດໝາຍ ແລະ ຂະບວນການຍຸຕິທຳຢ່າງທົ່ວເຖິງ.

ທັງນີ້ ຜູ້ທີ່ສາມາດເຂົ້າຮັບການຊ່ວຍເຫຼືອທາງດ້ານກົດໝາຍຕາມດຳລັດດັ່ງກ່າວປະກອບມີ ຜູ້ທຸກຍາກ, ຜູ້ດ້ອຍໂອກາດ, ເດັກທີ່ຕ້ອງການການປົກປ້ອງພິເສດ, ຜູ້ກະທຳຜິດທີ່ກົດໝາຍກຳນົດໃຫ້ມີທະນາຍຄວາມເຂົ້າໄປຊ່ວຍເຫຼືອ, ຄົນພິການ, ແມ່ຍິງ ແລະ ເດັກນ້ອຍທີ່ຖືກເຄາະຮ້າຍຈາກການໃຊ້ຄວາມຮຸນແຮງ ແລະ ຜູ້ທີ່ຖືກເຄາະຮ້າຍຈາກການຄ້າມະນຸດ.

ວິທີການຂໍຄວາມຊ່ວຍເຫຼືອທາງດ້ານກົດໝາຍສາມາດເຮັດໄດ້ ໂດຍການຍື່ນຄຳຮ້ອງຂໍ (ດ້ວຍຕົນເອງ, ຍາດພີ່ນ້ອງ ຫຼື ຜູ້ຕາງໜ້າຄອບຄົວ) ຕໍ່ກົມສົ່ງເສີມລະບົບຍຸຕິທຳ ຫຼື ຂະແໜງສົ່ງເສີມລະບົບຍຸຕິທຳ, ໜ່ວຍງານສົ່ງເສີມວຽກງານຍຸຕິທຳ, ຫ້ອງການຊ່ວຍເຫຼືອທາງດ້ານກົດໝາຍຂອງສະພາທະນາຍຄວາມ ແລະ ການຈັດຕັ້ງທີ່ໃຫ້ການຊ່ວຍເຫຼືອທາງດ້ານກົດໝາຍຂອງສະຫະພັນແມ່ຍິງ ແລະ ອົງການຈັດຕັ້ງອື່ນໆ.

ນອກຈາກນັ້ນ ອົງການປົກຄອງບ້ານ, ໂຮງຮຽນ, ໂຮງໝໍ ແລະ ອົງການັຈດຕັ້ງອື່ນໆ ກໍຍັງສາມາດສະເໜີໄປຍັງການຈັດຕັ້ງທີ່ໃຫ້ການຊ່ວຍເຫຼືອທາງດ້ານກົດໝາຍທີ່ລະບຸຂ້າງ ແທນຜູ້ດ້ອຍໂອກາດ ຫຼຸກຍາກໄດ້.

 

ແຫລ່ງຂ່າວ : laoofficialgazette.gov.la ແລະ ມ່ວນສະນຸກ.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...