ຫຼາຍສິບຊາດທົ່ວໂລກນຳໂດຍສະຫະລັດ ແລະ ຢຸໂຣບ ຮ່ວມຂັບໄລ່ເຈົ້າໜ້າທີ່ການທູດຣັດເຊຍລວມ 100 ຄົນ ອອກຈາກປະເທດ ເພື່ອຕອບໂຕ້ເຫດລອບວາງຢາອະດີດສາຍລັບ 2 ໜ້າໃນອັງກິດ
ດ້ານຣັດເຊຍກຽມຫາທາງຕອບໂຕ້ຢ່າງສາສົມ ເພື່ອຖືເປັນຄວາມຮ່ວມມືໃນການຂັບໄລ່ເຈ້າໜ້າທີ່ການທູດຄັ້ງໃຫຍ່ ນັບຕັ້ງແຕ່ສິ້ນສຸດສົງຄາມເຢັນ
ເມື່ອສະຫະລັດ ເປີດສາກຂັບໄລ່ນັກການທູດຣັດເຊຍ 60 ຄົນໃຫ້ອອກຈາກປະເທດພາຍໃນ 7 ວັນ ພ້ອມສັ່ງປິດສະຖານທູດໃນຊີແອດເທິລ ຕາມມາດ້ວຍເຢຍລະມັນ ແລະ ອີກ 15 ຊາດຂອງສະມາຊິກສະຫະພາບຢຸໂຣບ ຫຼື ອີຢູ ການາດາ, ຢູເຄນ ເຫັນຕົງກັນທີ່ຈະເດີນໜ້າຂັບໄລ່ເຈົ້າໜ້າທີ່ນັກການທູດຣັເຊຍອອກຈາກປະເທດ ເພື່ອຕອບໂຕ້ເຫດລອບວາງຢາອະດີດສາຍລັບຣັດເຊຍດ້ວຍສານພິດທຳລາຍລະບົບປະສາດ ເມື່ອ 4 ມີນາທີ່ຜ່ານມາ ເຊິ່ງອັງກິດເຊື່ອວ່າຣັເຊຍຢູ່ເບື້ອງຫຼັງ