Homeຂ່າວຕ່າງປະເທດເກົາຫຼີໃຕ້ສາຍສຳພັນກຽມສົ່ງວົງເກີກຣຸ໊ບ “Red Velvet” ໄປສະແດງຄອນເສີດທີ່ເກົາຫຼີເໜືອ

ເກົາຫຼີໃຕ້ສາຍສຳພັນກຽມສົ່ງວົງເກີກຣຸ໊ບ “Red Velvet” ໄປສະແດງຄອນເສີດທີ່ເກົາຫຼີເໜືອ

Published on

ເວັບໄຊ KOREABOO ໄດ້ລາຍງານວ່າ ປະເທດເກົາຫຼີໃຕ້ກຽມສົ່ງວົງເກີກຣຸ໊ບ “Red Velvet” ພ້ອມເຈົ້າໜ້າທີ່ກວ່າ 160 ຊີວິດ ເດີນທາງໄປທີ່ນະຄອນຫວງປຽງຢາງ ປະເທດເກົາຫຼືເໜືອ ໃນລະຫວ່າງວັນທີ 31 ມີນາ – 4 ເມສາ 2018ນີ້ ເພື່ອໄປເຮັດການສະແດງຄອນເສີດ ເພື່ອເປັນການຕອບແທນເກົາຫຼີເໜືອທີ່ສົງນັກຮ້ອງ ແລະ ວົງດົນຕີເຄຣສຕ້າມາຮ່ວມພິທີເປີດການແຂ່ງຂັນກີລາໂອລິມປິກລະດູໜາວທີ່ປະເທດເກົາຫຼີໃຕ້ເມື່ອເດືອນ ກຸມພາ 2018ທີ່ຜ່ານມາ

ການຈັດສະແດງຄອນເສີດຂອງວົງ Red Velvet ຖືວ່າເປັນການສະແດງຂອງສີລະປິນຈາກເກົາຫຼີໃຕ້ທີ່ໄປສະແດງທີ່ເກົາຫຼີເໜືອຄັ້ງທຳອິດໃນຮອບ 10 ປີ ຄະນະການນຳຂອງທັງສອງປະເທດໄດ້ມີການປະຊຸມຮ່ວມກັນເພື່ອພັດທະນາຄວາມສຳພັນແບບກ້າວກະໂດດຂັ້ນ ເຊິ່ງທ່ານ ຄິມ ຈອງ ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອໄດ້ເຂົ້າຮ່ວມໃນການປະຊຸມເທື່ອນີ້

ບົດຄວາມຫຼ້າສຸດ

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ສປປ ລາວ ເຂົ້າຮ່ວມເປັນສະມາຊິກເຄືອຂ່າຍພັນທະມິດດ້ານທຸລະກິດປະຊາສຳພັນໃນອາຊີ (OAC)

ໃນວັນທີ 5 ພະຈິກ 2026 ທີ່ຜ່ານມາ, ສປປ ລາວ ໄດ້ເຂົ້າຮ່ວມການເປັນສະມາຊິກເຄືອຂ່າຍພັນທະມິດດ້ານທຸລະກິດປະຊາສຳພັນໃນອາຊີ ຫຼື One Asia Communications (OAC) ໃນເວທີປຶກສາຫາລືດ້ານການສື່ສານ...

ແກ້ໄຂຫຼາຍບັນຫາ ນະຄອນຫຼວງວຽງຈັນ ແກ້ໄຂບັນຫາຄວາມທຸກຍາກ ການຂາດແຄນຄູສອນ ການບໍລິຫານຈັດການຂີ້ເຫຍື້ອ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ V ໄດ້ດໍາເນີນມາຮອດວັນທີ 13 ພະຈິກ 2026 ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມ ພາຍໃຕ້ການເປັນປະທານຂອງ ທານ...

ກົດລະບຽບພາຍໃນ, ບໍ່ຈອດຊ້ອນຄັນ ຫຼື ກີດຂວາງທາງເຂົ້າ-ອອກ, ບໍ່ຈອງບ່ອນຈອດລົດສາທາລະນະດ້ວຍວັດຖຸ ແລະ ບໍ່ຫຼົບຫຼີກການຊຳລະຄ່າບໍລິການ.

ການຊອກຫາບ່ອນຈອດລົດໃນຕົວເມືອງຍັງກາຍເປັນບັນຫາທີ່ສ້າງຄວາມຫຍຸ້ງຍາກໃຫ້ແກ່ຜູ້ຂັບຂີ່ ໂດຍສະເພາະ ການຈອດລົດບໍ່ເປັນລະບຽບ, ທັງກີດຂວາງການສັນຈອນ ແລະ ສ່ຽງຕໍ່ການເກີດອຸບັດຕິເຫດ ເພື່ອແກ້ໄຂບັນຫາດັ່ງກ່າວ. ດັ່ງນັ້ນນະຄອນຫຼວງວຽງຈັນ (ນວ) ຈຶ່ງໄດ້ຮ່າງຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງ ແລະ ພັດທະນາສະຖານທີ່ຈອດລົດ ເພື່ອວາງລະບຽບການຈອດລົດໃຫ້ເປັນລະບົບ...