ພະຍາດຫົວໃຈເປັນອີກພະຍາດໜຶ່ງທີ່ມີຄວາມສຳພັນກັບເລື່ອງອາຫານການກິນຂ້ອນຂ້າງຫລາຍຖ້າໃນແຕ່ລະມື້ປະກອບດ້ວຍອາຫານຈາກ8ກຸ່ມຕໍ່ໄປນີ້ກໍຈະເປັນການຊ່ວຍປ້ອງກັນພະຍາດຫົວໃຈໄດ້ອີກທາງໜຶ່ງ
ປາທະເລຫລືປານ້ຳຈືດທີ່ມີໄຂມັນ(Oily Fish)ເຊັ່ນ:ປາທູນ້າ,ປາແຊວມອນ,ປາຄໍ່,ປາດຸກ ຈະມີກົດໄຂມັນໂອເມກ້າ3(EPA ແລະ DHA)ຢູ່ຫລາຍຊ່ວຍຫລຸດລະດັບຄໍເລດເຕີລໍເພີ່ມຄວາມປັບໂຕໃຫ້ກັບຫລອດເລືອດເຮັດໃຫ້ການໄຫລວຽນຂອງເລືອດດີຂຶ້ນແລະຫລຸດຄວາມສ່ຽງຈາກການອຸດຕັນຂອງຫລອດເລືອດ
ໃຊ້ນ້ຳມັນພືດທີ່ມີກົດໄຂມັນບໍ່ອີ່ມໂຕຕຳແໜ່ງດຽວສູງເຊັ່ນ:ນ້ຳມັນໝາກກອກ,ນ້ຳມັນລຳເຂົ້າປະກອບອາຫານແທນນ້ຳມັນພືດທີ່ມີກົດໄຂມັນອີ່ມໂຕສູງກໍ່ຄືນ້ຳມັນໝາກພ້າວ,ນ້ຳມັນປາມ,ກໍຈະຊ່ວຍຫລຸດຄໍເລດເຕີລໍໂຕຮ້າຍ(LDL-C)ລົງໄດ້ໂດຍທີ່ບໍ່ຫລຸດຄໍເລດເຕີລໍໂຕດີ (HDL-C)
ຜັກຫມາກໄມ້ຫລາຍສີຈະໃຫ້ສານຕ້ານອານຸມູນອິດສະຫລະຈຳນວນຫລາຍຊ່ວຍປ້ອງກັນການເກີດອອກຊິເດຊັນຂອງLDL-Cທີ່ຈະເຮັດໃຫ້ຝາຫລອດເລືອດໜາໂຕຂຶ້ນຈົນເປັນສາເຫດຂອງຫລອດເລືອດຫົວໃຈຕີບໄດ້
ໄຟເບີລທີ່ໄດ້ຈາກທັນຍະພືດທີ່ບໍ່ຂັດສີເຊັ່ນ:ເຂົ້າກ້ອງ,ເຂົ້າໂອ໊ດ,ເຂົ້າວີດລວມທັງຊີລຽວຈາກທັນຍະພືດຕ່າງໆແລະເຂົ້າໜົມປັງໂຮນວີດຈະຊ່ວຍໃຫ້ຫົວໃຈແຂງແຮງແລະປ້ອງກັນຄວາມສ່ຽງຈາກພະຍາດຫົວໃຈວາຍໄດ້ຫລາຍກວ່າໄຟເບີລຈາກຜັກແລະໝາກໄມ້
ຖົ່ວເມັດແຫ້ງເຊັ່ນ:ຖົ່ວດິນ,ອັນມອນ,ນອກຈາກມີກົດໄຂມັນບໍ່ອີ່ມໂຕຕຳແໜ່ງດຽວຂ້ອນຂ້າງສູງທີ່ຊ່ວຍຫລຸດLDL-Cແລ້ວຍັງກົດອະມິໂນອາຈິນີນສູງຊຶ່ງຊ່ວຍເສີມສ້າງການເຮັດວຽກງານຂອງຫລອດເລືອດແລະຊ່ວຍຫລຸດຄວາມດັນເລືອດ
ວິຕາມິນອີຈາກອາຫານທຳມະຊາດຈະເຮັດຫນ້າທີ່ຕ້ານອານຸມູນອິດສະຫລະໄດ້ດີກວ່າວິຕາມິອີໃນຮູບອາຫານເສີມຊ່ວຍປ້ອງກັນການເກີດອອກຊິເດຊັນຂອງLDL-Cຈຶ່ງຊ່ວຍ ຫລຸດຄວາມສ່ຽງຂອງການອຸດຕັນໃນຝາຫລອດເລືອດແດງອາຫານທີ່ອຸດົມໄປດ້ວຍວິຕາມິນອີໄດ້ແກ່ອາໂວຄາໂດ,ຜັກສີຂຽວແກ່,ທັນຍະພືດບໍ່ຂັດສີແລະນ້ຳມັນພືດໂດຍສະເພາະນ້ຳມັນລຳເຂົ້າມີວິຕາມິນອີເຖິງ2ກຸ່ມຄື:ໂທໂຄຟີລອນແລະໂທໂຄໄຕອີນອລ
ສະໝຸນໄພແລະເຄື່ອງເທດເຊັ່ນ:ກະທຽມສົດຈະມີສານອັນລິຊິນຊ່ວຍຫລຸດລະດັບຄໍເລດເຕີລໍໃນເລືອດແລະສານແຄບໄຊຊິນໃນໝາກເຜັດຈະຊ່ວຍຫລຸດການເກາະໂຕຂອງລິ່ມເລືອດແລະເພີ່ມການລະລາຍລິ່ມເລືອດຊຶ່ງເປັນສາເຫດສຳຄັນທີ່ເຮັດໃຫ້ເກີດພາວະຫົວໃຈວາຍ
ອາຫານທີ່ມີPlant Sterols ຫລື Phytosterols ສູງໄດ້ແກ່ທັນຍະພືດແລະຖົ່ວຕ່າງໆ ເຊັ່ນ:ງາ,ດັງເຂົ້າ,ແກ່ນຕາເວັນ,ຖົ່ວພິດຕາຊິໂອລວມທັງນ້ຳມັນພືດບາງຊະນິດເຊັ່ນນ້ຳມັນລຳເຂົ້າປະລິມານພຽງ1ບ່ວງຈະມີ Phytosterols ສູງເຖິງ 250 ມິລິກຣາມຊຶ່ງ Phytosterolsຈະຊ່ວຍຫລຸດການດູດຊຶມຄໍເລດເຕີລໍໃນລຳໄສ້ນ້ອຍເຮັດໃຫ້ລະດັບຄໍເລດເຕີລໍລວມແລະLDL-Cຫລຸດລົງ