spot_img
HomeBaby-ແມ່ແລະເດັກ 7 ວິທີອູ້ມລູກນ້ອຍ ຫຼັງຈາກເກີດມາໃໝ່

 7 ວິທີອູ້ມລູກນ້ອຍ ຫຼັງຈາກເກີດມາໃໝ່

Published on

ຫຼັງຈາກອູ້ມທ້ອງລູກນ້ອຍມາເປັນເວລາ 9 ເດືອນແລ້ວ ສິ່ງທີ່ຈະຍາກຕໍ່ໄປກໍຄື ການອູ້ມລູກນ້ອຍ, ແທ້ແລ້ວການອູ້ມລູກນ້ອຍຫຼັງເກີດໃໝ່ນັ້ນ ບໍ່ໄດ້ຍາກຫຼາຍ ພຽງແຕ່ແມ່ມືໃໝ່ອາດຈະຢ້ານ ແລະບໍ່ກ້າອູ້ມ, ເພາະວ່າ ລູກທີ່ເກີດໃໝ່ນັ້ນ ນ້ອຍ, ຖ້າຫາກວ່າ ແມ່ມືໃໝ່ນັ້ນ ຮູ້ ເທັກນິກການອູ້ມ ຮັບຮອງວ່າບໍ່ຍາກເເກີນໄປ

  1. ຈັບຫົວເດັກນ້ອຍ: ເພາະຫົວເດັກນ້ອຍເກີດໃໝ່ນັ້ນ ຄືສ່ວນທີ່ໜັກ ແລະອ່ອນໄຫວໄດ້ງ່າຍທີ່ສຸດ, ດັ່ງນັ້ນ ການຈັບຫົວເດັກນ້ອຍນັ້ນ ຈຶ່ງເປັນສິ່ງທີ່ພໍ່ແມ່ ຄວນລະວັງເປັນພິເສດ, ພຽງແຕ່ອູ້ມເດັກນ້ອຍ ຢ່າລືມຈັບຫົວລູກ ແລະຄວນຄ່ອຍຈັບໄວ້ບໍ່ໃຫ້ຕົກ
  2. ຈັບໄຫຼ່: ໃນຊ່ວງທີ່ອູ້ມລູກນັ້ນ, ນອກຈາກຈະຈັບຫົວແລ້ວ ກໍຢ່າລືມຈັບໄຫຼ່ຂອງລູກນຳ, ຫຼັງຈາກທີ່ຈັບແລ້ວ ກໍຄວນໃຊ້ແຂນແນບກັບໂຕລູກ ແລະໃຫ້ແນບກັບເອິກແມ່ ເພາະລູກຈະບໍ່ໄຫ້ ແລ້ວຮູ້ສຶກອົບອຸ່ນທຸກຄັ້ງ ທີ່ໄດ້ຍິນສຽງຫົວໃຈຂອງແມ່ເຕັ້ນ
  3. ອູ້ມໄກວ: ການອູ້ມໄກວ ເວລາທີ່ກ່ອມລູກນອນ ຫຼືອູ້ມຫຼິ້ນ ຈະບໍ່ຍາກອີກຕໍ່ໄປ ພຽງແຕ່ແມ່ພໍ່ ໃຊ້ສອງມືຈັບລູກໃຫ້ດີ ຄ້າຍຄືກັບອູ້ມລູກແນບເອິກ ທີ່ສຳຄັນຢ່າລືມສົບຕາກັບລູກ ແລະລົມກັບລູກນຳ
  4. ການເຈະລູກ: ວິທີການນີ້ ເປັນວິທີໜຶ່ງທີ່ໜ້າສົນມໃຈ ເພາະແມ່ຈະສາມາດເຈະລູກ ແລ້ວກໍເຮັດວຽກໄປນຳ ແຕ່ກໍຄວນລະວັງ ເພາະເດັກນ້ອຍເກີດໃໝ່ຄໍຈະບໍ່ທັນແຂງ ແມ່ຕ້ອງລະວັງສ່ວນຫົວຂອງລູກ ບໍ່ໃຫ້ລູກຕ້ອງເປັນອັນຕະລາຍຍ້ອນ
  5. ອູ້ມພາດບ່າ: ວິທີການນີ້ ເປັນວິທີທີ່ເຮັດໄດ້ງ່າຍ ແຕ່ກໍຄວນລະວັງເພາະຫຼັງລູກກິນນົມອີ່ມແລ້ວ ບໍ່ຄວນອູ້ມພາດບ່າ ເພາະຈະເຮັດໃຫ້ເອື້ອມນົມອອກມາໄດ້ ແລະຢ່າລືມຈັບຫົວລູກນ້ອຍໃຫ້ດີ ເພາະອາດຈະເຮັດໃຫ້ຫົວຂອງລູກ ເໜັງໄປມາຈົນເຮັດໃຫ້ເກີດອັນຕະລາຍໄດ້
  6. ອູ້ມລູກແນບແອວ: ວິທີນີ້ ຄວນເຮັດຫຼັງຈາກທີ່ລູກເລີ່ມຄໍແຂງແລ້ວ ເພາະຖ້າຫາກວ່າ ຄໍລູກຫາກບໍ່ທັນແຂງ ອາດເຮັດໃຫ້ຫົວລູກໄດ້ຮັບຄວາມກະທົບກະເທືອນ, ວິທີນີ້ ຈະສະດວກສຳລັບແມ່ທີ່ອູ້ມລູກໄປນຳ ແລະເຮັດວຽກໄປນຳ
  7. ອູ້ມລູກອາບນໍ້າ: ພຽງແຕ່ໃຊ້ມືຂ້າງທີ່ຖະໜັດຈັບຫົວ, ຈັບໄຫຼ່ ແລະລຳໂຕຂອງລູກໃຫ້ດີ ຕ້ອງໝັ້ນໃຈວ່າ ລູກຈະບໍ່ຫຼຸດມື ແລະໃຊ້ມືອີກເບື້ອງໜຶ່ງ ຈັບສະບູມາຖູໂຕເດັກນ້ອຍຄ່ອຍໆ ພຽງເທົ່ານີ້ການອູ້ມອາບນໍ້າກໍບໍ່ແມ່ນເລື່ອງຍາກ

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...