spot_img
HomeBaby-ແມ່ແລະເດັກ7 ວິທີການສອນໃຫ້ລູກນ້ອຍເອົາຕົວລອດໃນສັງຄົມ

7 ວິທີການສອນໃຫ້ລູກນ້ອຍເອົາຕົວລອດໃນສັງຄົມ

Published on

ໃນຄໍລຳ ຄວາມຮູ້ກ່ຽວກັບການລ້ຽງລູກ ວັນນີ້ເຮົາຈະມານຳສະເໜີ ວິທີການສອນລູກນ້ອຍໃຫ້ເອົາຕົວລອດໃນສັງຄົມ ເມື່ອເວລາທີ່ລູກຢູ່ຫ່າງຈາກສາຍຕາຂອງເຮົາ ເຊິ່ງຈະເຮັດແນວໃດເຮົາມາອ່ານພ້ອມກັນເລີຍ

1 ສອນລູກວ່າຖ້າລູກເກີດພັດຫຼົງທາງ ຫຼື ຮູ້ສຶກວ່າບໍ່ປອດໄພ ໃຫ້ເບິ່ງຫາແມ່ທີ່ມາກັບຕົນເອງທັນທີ ເພື່ອຂໍຄວາມຊ່ວຍເຫຼືອເປັນຄົນທຳອິດ

2 ສອນໃຫ້ລູກຮູ້ວ່າ ຖ້າເກີດຫຍັງຂຶ້ນກັບຮ່າງກາຍຂອງຕົນເອງໃຫ້ຟ້າວບອກພໍ່-ແມ່ ທັນທີ ຢ່າໄດ້ເກັບຄວາມລັບກ່ຽວກັບເລື່ອງນີ້ເອົາໄວ້

3 ຄິດສ້າງຄຳເວົ້າທີ່ເປັນລະຫັດລັບລະຫວ່າງລູກກັບທ່ານ ແລະ ສອນໃຫ້ລູກໃຫ້ຮູ້ຈັກວິທີສົ່ງຂໍ້ຄວາມເມື່ອເວລາທີ່ທ່ານກັບລູກຢູ່ຫ່າງໄກກັນ

4 ສອນໃຫ້ລູກຮູ້ວ່າຖ້າສັງເກດ ຫຼື ຮູ້ສຶກວ່າກຳລັງມີໃຜຍ່າງນຳ ຫຼື ຂັບລົດນຳມາ ໃຫ້ລູກແລ່ນສວນທິດທາງກົງກັນຂ້າມກັບລົດ ຫຼື ແລ່ນໄປຫາບ່ອນມີຄົນຫຼາຍໆ

5 ສອນລູກວ່າຖ້າມີຄົນແປກໜ້າພະຍາຍາມເຂົ້າມາຈັບຕົວ ໃຫ້ຫຼີກທັນທີ ຖ້າເຂົາຍັງຈະມາຈັບຕົວອີກ ກໍ່ໃຫ້ຮ້ອງຂໍຄວາມຊ່ວຍເຫຼືອທັນທີ

6 ສອນໃຫ້ລູກຮູ້ວ່າ ຢ່າຮັບຂະໜົມ ເຄື່ອງກິນ ຫຼື ສິ່ງຂອງຈາກຄົນແປກ ຫຼື ຄົນອື່ນທີ່ພໍ່-ແມ່ ບໍ່ໄດ້ອະນຸຍາດໃຫ້ເອົາ

7. ສອນໃຫ້ລູກຮູ້ວ່າ ຢ່າເຊື່ອໃຈຄົນແປກໜ້າ ຫຼື ຄົນອື່ນຫຼາຍກວ່າພໍ່-ແມ່ ຄົນໃນຄອບຄົວ ແລະ ຕົວເອງເດັດຂາດ ຢ່າຂຶ້ນລົດໄປກັບໃຜເດັດຂາດນອກຈາກຄົນໃນຄອບຄົວ

 

ທີ່ມາຈາກ:http://th.theasianparent.com/
ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...