spot_img
Homeນານາສາລະ7 ພຶດຕິກຳຂອງໜຸ່ມໆ ທີ່ສາວໆບໍ່ມັກ

7 ພຶດຕິກຳຂອງໜຸ່ມໆ ທີ່ສາວໆບໍ່ມັກ

Published on

ຄວາມຮັກ… ເພາະພື້ນຖານທີ່ແຕກຕ່າງກັນລະຫວ່າງຜູ້ຍິງ ແລະຜູ້ຊາຍ ດັ່ງຄຳເວົ້າທີ່ວ່າ ຜູ້ຊາຍມາຈາກດວງອັງຄານ ສ່ວນຜູ້ຍິງມາຈາກດາວສຸກ ຈຶ່ງເຮັດໃຫ້ບັນຫາເກີດຂຶ້ນຢູ່ສະເໝີ ເຖິງວ່າໜຸ່ມສາວຄູ່ນັ້ນຈະຄົບກັນມາດົນແລ້ວກໍຕາມ ໂດຍສະເພາະ 8 ນິໄສຂອງໜຸ່ມໆທີ່ເຮົາເອົາມາຝາກມື້ນີ້:

  1. ໜີທັນທີເມື່ອບໍ່ຢາກຟັງສິ່ງທີ່ສາວໆກຳລັງຈະບອກ: ເປັນນິໄສທີ່ສາວໆຮັບບໍໄດ້ແທ້ໆ ກັບການທີ່ເດີນໜີອອກໄປ ຫຼືເຮັດບໍ່ສົນໃຈສິ່ງທີ່ພວກເຂົາກຳລັງຈະບອກ ຫຼືບາງເລື່ອງທີ່ເຮັດໃຫ້ຕົນເອງອຶດອັດ, ລຳບາກໃຈ, ບໍ່ຢາກພົບໜ້າອີກດ້ວຍ ການທີ່ຫຼົບໜ້າ ນອກຈາກຈະສ້າງຄວາມຫງຸດຫງິດໃຫ້ກັບສາວໆແລ້ວ ຍັງເຮັດໃຫ້ບັນຫາຍາວອອກໄປອີກ
  2. ບໍ່ມັກເຮັດຄວາມສະອາດໃສ່ບ່ອນໂກນໜວດ: ຫຼາຍຕໍ່ຫຼາຍຄັ້ງທີ່ສາວໆ ຕ້ອງເປັນຄົນເຮັດຄວາມສະອາດອ່າງລ້າງໜ້າ ຫຼືບໍລິເວນທີ່ໜຸ່ມໆໂກນໜວດ ເພາະຫຼັງຈາກທີ່ໂກນໜວດແລ້ວ ກໍຍ່າງອອກໄປທັນທີ ໂດຍທີ່ບໍ່ມັກລ້າງຖິ້ມເພາະຍັງມີເສດໜວດນ້ອຍໆຕິດຢູ່ອ່າງລ້າງໜ້າ ລວມໄປຮອດບໍລິເວນໃກ້ຄຽງທີ່ໜຸ່ມໆເດີນຜ່ານໄປມາ. ດັ່ງນັ້ນ ຖ້າບໍ່ຢາກໃຫ້ສາວໆໃຈຮ້າຍ ກ່ອນຈະເດີນໜີກໍຕ້ອງເຮັດຄວາມສະອາດບໍລິເວນດັ່ງກ່າວໃຫ້ຮຽບຮ້ອຍສາກ່ອນ.
  3. ກວນສາວໆເວລາທີ່ກຳລັງເບິ່ງໜັງໂລແມນຕິກ: ເຊື່ອວ່າມີໜຸ່ມໆຈຳນວນຫຼາຍທີ່ມັກກວນ ຫຼືເຮັດໃຫ້ໜັງໂລແມນຕິກກາຍເປັນໜັງຕະຫຼົກບໍ່ມີສາລະໄປເລີຍທັນທີ ເຖິງແມ່ນວ່າໜັງເລື່ອງນັ້ນໜຸ່ມໆອາດເປັນຝ່າຍທີ່ຕ້ອງການເບິ່ງເອງ.
  4. ເຮັດໂຕເອງເປັນເດັກນ້ອຍຕະຫຼອດເວລາ: ບໍ່ວ່າໜຸ່ມໆຈະຢູ່ໃນອາຍຸເທົ່າໃດກໍຕາມ ໜຸ່ມໆສ່ວນໃຫຍ່ມັກຈະເຮັດໂຕເອງເປັນເດັກນ້ອຍຕະຫຼອດເວລາເຊັ່ນ: ຮື້ສິ່ງຂອງອອກມາໃຊ້ແລ້ວບໍ່ເອົາໄປໄວ້ບ່ອນເກົ່າ, ວາງສິ່ງຂອງບໍ່ເປັນລະບຽບ, ເຮັດໃຫ້ສາວໆຕ້ອງມ້ຽນຢູູ່ສະເໝີ.
  5. ແຍກຄວາມແຕກຕ່າງຂອງສີບໍ່ໄດ້: ບາງຄັ້ງສີກໍສາມາດສ້າງບັນຫາ ແລະເຮັດໃຫ້ສາວໆຫງຸດຫງິດໄດ້ເຊັ່ນດຽວກັນ ໃນເວລາທີ່ສາວໆສະແດງຄວາມຄິດເຫັນກ່ຽວກັບສີຈາກໜຸ່ມໆ ສ່ວນຫຼາຍມັກຈະເບິ່ງເປັນສີດຽວກັນເຊັ່ນ: ສີແດງອ່ອນ, ແດງເຂັ້ມ ຫຼືສີບົວ ກໍມັກວ່າເປັນສີແດງໝົດ ທັ້ງທີ່ແຕກຕ່າງກັນຫຼາຍ.
  6. ໜຸ່ມໆເບິ່ງແຍງຂອງຫຼິ້ນຫຼາຍກວ່າແຟນຕົນເອງ: ສຳລັບໜຸ່ມໆທີ່ມັກສະສົມຂອງຫຼິ້ນເຊັ່ນ: ລົດ ຫຼືສິ່ງອື່ນໆ ມັກຈະເບິ່ງແຍງ ແລະຖະນຸຖະໜອມຫຼາຍກວ່າແຟນຂອງຕົນເອງ, ບາງຄົນຮອດຈະບໍ່ໃຫ້ໃຜແຕະຕ້ອງເລີຍ ແລະຍັງມີເວລາໃຫ້ອີກ ບໍ່ວ່າຈະຫຍຸ້ງພຽງໃດກໍຕາມ.
  7. ໜຸ່ມໆທີ່ມັກເບື່ອ: ສິ່ງສໍາຄັນທີ່ຜູ້ຍິງບໍ່ເຂົ້າໃຈ ກໍຄືືການທີ່ຜູ້ຊາຍເບື່ອງ່າຍໂດຍສະເພາະຫຼັງຈາກທີ່ຕັດສິນໃຈເປັນແຟນກັນ ທຳອິດຈະໃຫ້ຄວາມສຳຄັນເປັນພິເສດມີຄົນປົກປ້ອງເບິ່ງແຍງຕະຫຼອດ ແລະປ່ຽນໄປເມື່ອລົມກັນໄດ້ໄລຍະໜຶ່ງເພາະຮູ້ສຶກເບື່ອ.

ເຖິງແມ່ນວ່າ 7 ນິໄສຈະເປັນເລື່ອງທີ່ສາວໆສ່ວນໃຫຍ່ຫງຸດຫງິດ ແຕ່ກໍບໍ່ໄດ້ໝາຍຄວາມວ່າໜຸ່ມໆເປັນຝ່າຍຜິດສະເໝີ ຫຼືຕ້ອງປັບປຸງຕົນເອງຕະຫຼອດ ເພາະຄວາມຮັກຈະປະສົບຜົນສຳເລັດໄດ້ ກໍແມ່ນຕ່າງຝ່າຍຕ້ອງປັບຕົວເຂົ້າຫາກັນຈຶ່ງສາມາດຢູ່ນຳກັນໄດ້

ທີ່ມາ: MeawZa

 

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...