spot_img
HomeBaby-ແມ່ແລະເດັກ7 ວິທີສ້າງຄວາມສະຫຼາດໃຫ້ລູກຕັ້ງແຕ່ຢູ່ໃນທ້ອງ ສິ່ງດີໆທີ່ຄວນຮູ້

7 ວິທີສ້າງຄວາມສະຫຼາດໃຫ້ລູກຕັ້ງແຕ່ຢູ່ໃນທ້ອງ ສິ່ງດີໆທີ່ຄວນຮູ້

Published on

ຄໍລຳ ແມ່ ແລະ ລູກ ວັນນີ້ເຮົາຈະມາເວົ້າກ່ຽວກັບ ການພັດທະນາສະໝອງລູກນ້ອຍຕັ້ງແຕ່ຢູ່ໃນທ້ອງ ເມື່ອເກີດອອກມາແລ້ວໃຫ້ກາຍເປັນເດັກທີ່ສະຫຼາດ ເຊິ່ງຈະເຮັດແນວໃດນັ້ນມາອ່ານກັນເລີຍ

963

ວິທີດູແລຕົວເອງໃນເວລາຖືພາຂອງແມ່ ທີ່ສົ່ງຜົນຕໍ່ຄວາມສະຫຼາດ ທາງສະຕິປັນຍາຂອງລູກນ້ອຍໃນທ້ອງ 

1. ອາລົມດີເຂົ້າໄວ້ ເພື່ອຮ່າງກາຍຈະໄດ້ລັ່ງສານຄວາມສຸກອອກມາ ແລະ ສົ່ງຜ່ານໄປຫາລູກເຮັດໃຫ້ລູກມີພັດທະນາການທີ່ດີທັງສະໝອງ (IQ) ແລະ ອາລົມ (EQ)
2. ກິນອາຫານທີ່ເໝາະສົມ ໂດຍສະເພາະອາຫານທີ່ເຕັມໄປດ້ວຍກຣົດໄຂມັນບໍ່ອີ່ມຕົວ ເຊັ່ນ DHA AA ແລະ ARA ເຊິ່ງມີຫຼາຍໃນປາທະເລ ພືດຜັກຕ່າງໆ ສິ່ງເຫຼົ່ານີ້ແມ່ນອົງປະກອບທີ່ສຳຄັນຂອງເນື້ອສະໝອງຂອງລູກເຖິງຮ້ອຍລະ 60
3. ອອກກຳລັງກາຍໃຫ້ພໍດີ ເໝາະສົມ ເວລາທີ່ແມ່ອອກກຳລັງກາຍ ລູກໃນທ້ອງກໍ່ຈະມີການເຄື່ອນໄຫວໄປຕາມຈັງຫວະຂອງແມ່ເຊັ່ນດຽວກັນ ເຊິ່ງມັນຈະຊ່ວຍກະຕຸ້ນລະບົບປະສາດສຳພັດຂອງລູກໃຫ້ມີການພັດທະນາດີຂຶ້ນ
4. ລູບໜ້າທ້ອງ ຈະສາມາດກະຕຸ້ນລະບົບປະສາດ ແລະ ສະໝອງສ່ວນຮັບຮູ້ຄວາມຮູ້ສຶກຂອງລູກໃຫ້ມີການພັດທະນາດີຂຶ້ນ ເທັກນິກງ່າຍໆ ຄືໃຫ້ພໍ່-ແມ່ລູບທ້ອງເປັນວົງມົນໄປມ
5.ເວົ້າກັບລູກເລື່ອຍໆ ລະບົບປະສາດການຮັບຟັງຂອງລູກຈະເລີ່ມທຳງານຕັ້ງແຕ່ອາຍຸປະມານຄັນໄດ້ 5 ເດືອນ ການທີ່ລົມກັບລູກຊ້ຳໆ ດ້ວຍຄຳນຸ້ມນວນ ຈະຊ່ວຍໃຫ້ລະບົບປະສາດ ແລະ ສະໝອງທີ່ຄວບຄຸມການໄດ້ຍິນພັດທະນາໄດ້ດີຂຶ້ນ
6.ຟັງເພງເພີນໆ ບໍ່ວ່າແມ່ຈະຟັງເພງໃດກໍ່ຕາມ ລູກໃນທ້ອງກໍ່ຈະໄດ້ຍິນນຳ ຖ້າເປັນເພງປະເພດຄລາສສິກ ຍິ່ງຊ່ວຍກະຕຸ້ນໃຫ້ສາຍໃຍປະສາດທີ່ທຳງານກ່ຽວກັບກນໄດ້ຍິນຂອງລູກພັດທະນາດີຂຶ້ນ
7. ສ່ອງໄຟໃສ່ໜ້າທ້ອງ ເມື່ອລູກອາຍຸໄດ້ 7 ເດືອນ ລູກສາມາດກະພິບຕາໄດ້ ການສ່ອງໄຟທີ່ໜ້າທ້ອງຈະເຮັດໃຫ້ເຊລສະໝອງ ແລະ ເສັ້ນປະສາດສ່ວນຮັບພາບ ແລະ ການເບິ່ງເຫັນມີພັດທະນາການທີ່ດີຂຶ້ນ

 

ທີ່ມາ: http://women.mthai.com/momandchildren/newmom/154752.html

ບົດຄວາມຫຼ້າສຸດ

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...

ຮັດແໜ້ນການພົວພັນຮ່ວມມື ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າພົບປະລັດຖະມົນຕີກະຊວງການຕ່າງປະເທດບຣູໄນ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ດາໂຕະ ເອີຣິວານ ເປຮິນ ຢູສອບ (Dato Erywan Pehin Yusof) ລັດຖະມົນຕີກະຊວງການຕ່າງປະເທດ ຜູ້ທີ 2 ແຫ່ງ...

ຖືກສົ່ງກັບປະເທດ! ພົນລະເມືອງ ສ.ເກົາຫຼີ 64 ຄົນ ທີ່ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີ ໃນປະເທດ ກຳປູເຈຍ

ພົນລະເມືອງ ສ.ເກົາຫຼີ 64 ຄົນ ຖືກສົ່ງຕົວກັບປະເທດ ເນື່ອງຈາກເປັນເປັນຜູ້ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີໃນປະເທດ ກຳປູເຈຍ. ອີງຕາມສຳນັກຂ່າວ AFP ລາຍງານໃນວັນທີ 18 ຕຸລາ 2025 ຜ່ານມາ, ຈາກກໍລະນີປະຊາຊົນ...

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...