spot_img
Homeຂ່າວຕ່າງປະເທດ60% ຂອງຄົນລວຍໃນຈີນ ຕ້ອງການລົງທຶນໃນຕ່າງປະເທດ ແລະຍ້າຍໄປຢູ່ພາຍໃນ 3 ປີ

60% ຂອງຄົນລວຍໃນຈີນ ຕ້ອງການລົງທຶນໃນຕ່າງປະເທດ ແລະຍ້າຍໄປຢູ່ພາຍໃນ 3 ປີ

Published on

ອີງຕາມການລາຍງານຂອງສຳນັກຂ່າວຕ່າງປະເທດລາຍງານວັນທີ 29 ຕຸລາຜ່ານມານີ້ວ່າ ສຳຫຼວດ 60% ຂອງຄົນຈີນທີລວຍ ມີແຜນຈະລົງທຶນທຸລະກິດ ແລະຍ້າຍອາໄສ ໄປຢູ່ຕ່າງປະເທດພາຍໃນເວລາ 3 ປີ ໂດຍປະເທດທີ່ບັນດາເສດຖີຈີນມັກທີ່ສຸດແມ່່ນ ປະເທດອາເມລິກາ ໂດຍແມ່ນ 3 ລັດຄື ລອນແອນເຈລິດ, ຊານ ຟຣານຊິດໂກ ແລະຊີແອດເທິນ

ເສດຖີຂອງຈີນ 56% ບອກວ່າ ພວກເຂົາມີຄວາມກັງວົນໃຈ ກ່ຽວກັບຄ່າເງິນຢວນຫຼຸດລົງ ຮ້ອຍລະ 10 ເມື່ອທຽບກັບເງິນດອນລາ ໃນຊ່ວງລະດູຮ້ອນທີ່ຜ່ານມາ. ຜົນສຳຫຼວດຄັ້ງນີ້ ເກີດຈາກການສົນທະນາກັບ ຄົນລວຍໃນປະເທດຈີນ ເມື່ອເດືອນສິງຫາ- ເດືອນຕຸລາ ທີ່ຜ່ານມາ ຈໍານວນ 240 ຄົນ ເຊິ່ງທັງໝົດມີສັບສິນປະມານ 27 ລ້ານຢວນ ແລະທຸກຄົນກໍວາງແຜນອະນາຄົດໄວ້ທີ່ຕ່າງປະເທດ

Rupert Hoogewerf ປະທານກຳມະການຂອງ Hurun Report ເວົ້າວ່າ ຄ່າເງິນຢວນທີ່ອ່ອນລົງ ສົ່ງຜົນເຮັດໃຫ້ນັກທຸລະກິດຈຳນວນຫຼາຍ ມີຄວາມກັງວົນໃຈ ເກີດຄວາມວຸ້ນວາຍໃນເສດຖະກິດ ແລະເຮັດໃຫ້ອະສັງຫາລິມະສັບລົ້ມ ເຮັດໃຫ້ພວກເຂົາຊອກຫາທາງອອກໃນຕ່າງປະເທດ

ໃນປັດຈະບັນຢູ່ໃນຈີນ ມີຄົນທີ່ມີຊັບສິນຫຼາຍກວ່າ 10 ລ້ານຢວນ ປະມານ 1.34 ລ້ານຄົນ ໃນຈຳນວນນີ້ 60% ຫຼືຄິດເປັນ 800.000 ຄົນ ທີ່ກຳລັງຕ້ອງການລົງທຶນໃນຕ່າງປະເທດ ເຊິ່ງປະເທດອັນດັບທຳອິດທີ່ຈີນຍ້າຍໄປອາໄສຢູ່ແມ່່ນ ສະຫະລັດອາເມລິກາ, ຮອງລອງມາແມ່ນອັງກິດ, ແຄນນາດາ, ອອດເຕເລຍ ແລະສິງກະໂປ

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...