6 ພຶດຕິກຳການດື່ມທີ່ເຮັດໃຫ້ຕຸ້ຍ

F8A_1286891

ເຄີຍ​ສົງ​ໄສ​ກັນ​ນຳ​ບໍ່ ວ່າ​ເປັນຫຍັງ​ເຮົາ​ເຖິງ​ຈຶ່ງ​ບໍ່​ຈ່ອຍຈັກເທື່ອ​ ທັງ​ໆ ທີ່​ຄວບ​ຄຸມ​ອາຫານ​ ແລະ ​ອອກ​ກຳ​ລັງ​ກາຍ​ແບບ​ເຄັ່ງຄັດ​ແລ້ວ​ກໍ​ຕາມ ນັ້ນ​ກໍ​ເປັນ​ເພາະ​ພຶດຕິກຳ​ການ​ດື່ມ​ຂອງ​ເຮົາ​ຫັນແຫລະ ບາງເທື່ອ​ການ​ດື່ມ​ຂອງ​ເຮົາ​ນີ້​ແຫລະ​ທີ່​ເປັນ​ໂຕແປ​ສຳຄັນ​ທີ່​ເຮັດໃຫ້​ເຮົາ​ບໍ່​ຈ່ອຍ​ຈັກເທື່ອເຊິ່ງ​ຖ້າ​ຫາກ​ບໍ່​ເລີກ​ພຶດຕິກຳ​ເຫລົ່າ​ນັ້ນ​ກໍ​ອາດຈະ​ເຮັດໃຫ້​ການ​ຫລຸດ​ນ້ຳ​ໜັກ​ເສຍ​ໄປ​ລ້າໆ  ເຮົາ​ມາ​ເບິ່ງ​ກັນ​ເລີຍ​​ວ່າ ​ພຶດຕິກຳ​ການ​ດື່ມ​ ທີ່​ເຮັດໃຫ້​ເຮົາ​ບໍ່​ຈ່ອຍ​ຈັກ​ເທື່ອມື້ນີ້ ນຳ​ມາ​ບອກ​ເລົ່າ​ນັ້ນ​ມີ​ຫຍັງ​ນຳ ຮັບຮອງ​ວ່າ​ຖ້າ​ຮູ້​ແລ້ວ​ຕ້ອງ​ຕົກ​ໃຈ​ຢ່າງ​ແນ່ນອນ
ດື່ມ​ນ້ຳ​ຜັກ​ຫມາກໄມ້​ແທນ​ການ​ກິນຜັກ​ຫມາກໄມ້​ສົດ

ຄົນ​ສ່ວນ​ໃຫຍ່​ອາດ​ຄິດວ່າ​ການ​ດື່ມ​ນ້ຳ​ຜັກ​ຫມາກໄມ້​ເປັນ​ເຄື່ອງ​ດື່ມ​ທີ່​ມີ​ປະໂຫຍດ​ຕໍ່​ຮ່າງກາຍ ເຖິງວ່າ​ນ້ຳ​ຜັກ​ຫມາກໄມ້​ເຫລົ່າ​ນັ້ນ​ຈະ​ເບິ່ງຄືວ່າ​ດີ​ຕໍ່​ສຸຂະພາບ​ແຕ່​ທີ່​ຈິງ​ແລ້ວ​ມັນ​ເຕັມ​ໄປ​ດ້ວຍ​ນ້ຳ​ຕານ​ແລະ​ຍັງ​ເກືອບບໍ່​ມີ​ສານ​ອາຫານ​ຫຍັງ​ທີ່​ສຳຄັນ​ຫລວງຫລາຍ ເພາະ​ເມື່ອ​ເຮົາ​ບີບນໍ້າ​ຜັກ​ຫມາກໄມ້​ອອກ​ມາ​ແລ້ວ ກໍ​ຈະ​ໄດ້​ແຕ່​ນ້ຳ ບໍ່​ມີ​ແມ່ນແຕ່​ໄຟ​ເບີທີ່​ມີ​ປະໂຫຍດ​ຕໍ່​ຮ່າງກາຍ ເມື່ອ​ເຮົາ​ດື່ມ​ເຂົ້າໄປ​ເຮົາ​ກໍ​ຈະ​ໄດ້​ພຽງແຕ່​ນ້ຳ​ຕານ​ເທົ່າ​ນັ້ນ ຕ່າງ​ຈາກ​ການ​ຮັບປະທານ​ຜັກ​ຫມາກໄມ້​ສົດໆ ເຊິ່ງ​ຈະ​ໄດ້ຮັບ​ໄຟ​ເບີ ແລະ​ໄຟ​ເບີ​ນີ້​ ທີ່​ໄປ​ຊ່ວຍ​ຫລຸດ​ຜົນ​ກະທົບ​ຕໍ່​ລະ​ດັບ​ນ້ຳ​ຕານ​ໃນ​ເລືອດ​ທີ່​ມີ​ຕໍ່​ຮ່າງກາຍ​ເຊິ່ງ​ຈະ​ເຮັດໃຫ້​ຮ່າງກາຍ​ສາມາດ​ນຳ​ກູ​ໂຄດ​ໄປ​ໃຊ້​ໄດ້​ຢ່າງ​ເໝາະ​ສົມ ດັ່ງ​ນັ້ນ​ແທນ​ທີ່​ເລືອກ​ຊື້​ນ້ຳ​ຜັກ​ຫມາກໄມ້​ມາ​ດື່ມ ປ່ຽນ​ມາ​ກິນຜັກ​ແລະ​ຫມາກໄມ້​ກັນ​ໃຫ້​ຫລາຍ​ຂຶ້ນ​ຈະ​ດີກວ່າ​ ນອກ​ຈາກ​ຈະ​ໄດ້​ປະໂຫຍດ​ແລ້ວ​ຍັງ​ບໍ່​ຕ້ອງ​ໜັກ​ໃຈ​ກັບ​ປະລິມານ​ແຄ​ລໍ​ລີ່​ນໍາອີກ​

ດື່ມ​ນ້ຳ​ນ້ອຍ​ເກີນ​ໄປ

ມີ​ຄົນ​ຈຳນວນ​ບໍ່​ໜ້ອຍ​ທີ່​ບໍ່​ຮູ້​ເລີຍ​ວ່າ​ນ້ຳ​ເປັນ​ສານ​ຕ້າ​ນ​ອານຸ​ມູນ​ອິດສະຫລະ​ທີ່​ດີ​ແລະ​ໃກ້​ໂຕ​ທີ່ສຸດ ເພາະ​ໄຮ​ໂດນ​ເຈນ​ໃນ​ນ້ຳ​ຈະ​ໄປ​ຊ່ວຍ​ປ້ອງ​ກັນ​ຮ່າງກາຍ​ຈາກ​ສາ​ນອາ​ນຸ​ມູນ​ອິດສະຫລະ ແລະ​ຄົນ​ສ່ວນ​ໃຫຍ່​ກໍ​ມັກ​ຈະ​ດື່ມ​ນ້ຳ​ບໍ່​ພຽງ​ພໍ ໂດຍ​ປົກກະຕິ​ແລ້ວ​ຄົນ​ເຮົາ​ຕ້ອງ​ດື່ມ​ນ້ຳ​ປະ​ມານ 8ຈອກ​ຕໍ່​ມື້ ຫລື ປະ​ມານ 2ລີດ ການ​ຂາດ​ນ້ຳ​ພຽງ​ແຕ່ໜ້ອຍດຽວ​ກໍ​ສາມາດ​ເຮັດໃຫ້​ປະ​ສິດ​ທິ​ພາບ​ໃນ​ການເຮັດວຽກງານ​ຂອງ​ຮ່າງກາຍ​ຫລຸດລົງ ເຊັ່ນ​ການ​ອອກ​ກຳ​ລັງ​ກາຍ ເຈົ້າ​ຈະ​ບໍ່​ໄດ້ຮັບ​ປະໂຫຍດ​ຈາກ​ການ​ອອກ​ກຳ​ລັງ​ກາຍ​ເຕັມ​ທີ່​ຖ້າ​ຫາກ​ຂາດ​ນ້ຳ
ດື່ມ​ແອວກໍຮໍ

ເຄື່ອງ​ດື່ມ​ທີ່​ມີ​ແອວ​ກໍ​ຮໍ​ເປັນ​ເຄື່ອງ​ດື່ມ​ທີ່​ເຮັດໃຫ້​ຕຸ້ຍໄດ້​ຫລາຍ​ທີ່ສຸດ​ໂດຍ​ສະເພາະ​ເບຍ​ທີ່​ຄານ​ໂບ​ໄຮ​ເດ​ສູງ​ຫລື​ມີ​ປະລິມານ​ຂອງ​ກູ​ເຕນ​ເຊິ່ງ​ເປັນ​ໂປ​ຕີນ​ທີ່​ມີ​ຢູ່ໃນ​ທັນ​ພືດ​​ເຊັ່ນ ເຂົ້າວີດ​ຫລື​ເຂົ້າ​ບາເລ ເປັນ​ຕົ້ນ ແລະ​ເບຍ​ຍັງ​ເຮັດໃຫ້​ເກີດ​ຄວາມ​ປ່ຽນຜັນຂອງ​ນ້ຳ​ໜັກ​ໄດ້ ໂດຍ​ຢ່າງ​ນ້ອຍ​ທີ່ສຸດ​ສິ່ງ​ທີ່​ຈະ​ເກີດ​ຖ້າຫາກ​ດື່ມ​ເບຍ​ຫລາຍ​ເກີນ​ໄປ​ນັ້ນ​ກໍ​ຄື​ທ້ອງ​ອືດ​ຢ່າງ​ຮຸນແຮງ ແລະ​ທີ່​ສຳຄັນ​ຍິ່ງ​ດື່ມ​ຫລາຍ​ນັ້ນ​ກໍ​ໝາຍ​ເຖິງ​ຈຳນວນ​ແຄ​ລໍ​ລີ່​ທີ່​ຫລາຍ​ໄປ​ນໍາ ດັ່ງ​ນັ້ນ​ຄວນ​ຫລີກ​ລ້ຽງ​ການ​ດື່ມ​ແອວກໍ​ຮໍ ແຕ່​ຖ້າ​ຫລີກລ້ຽງ​ມັນ​ບໍ່​ໄດ້ ກໍ​ຄວນ​ຈະ​ປ່ຽນ​ມາ​ດື່ມ ວາຍແຊມ​ເປນ ຫລື​ເຄື່ອງ​ດື່ມ​ທີ່​ມີ​ສ່ວນ​ປະສົມ​ຂອງ​ໂຊ​ດາ​ຈະ​ດີກວ່າ​

ດື່ມ​ນ້ຳ​ອັດ​ລົມ​ທີ່​ໃຊ້​ສານ​ໃຫ້​ຄວາມ​ຫວານ​ແທນ​ນ້ຳ​ຕານ

ເຖິງແມ່ນວ່າ​ເທິງ​ສະຫລາກ​ຂອງ​ນ້ຳ​ອັດ​ລົມ​ຈະ​ບອກວ່າ​ໃຊ້​ສານ​ໃຫ້​ຄວາມ​ຫວານ​ອື່ນ​ແທນ​ນ້ຳ​ຕານ​ກໍ​ຕາມ ແຕ່​ນ້ຳ​ອັດ​ລົມ​ເຫລົ່າ​ນັ້ນ​ກໍ​ບໍ່ແມ່ນ​ສິ່ງ​ທີ່​ດີ​ຕໍ່​ສຸຂະພາບ​ເລີຍ ເພາະ​ບໍ່​ວ່າ​ແບບໃດ​ຕ່ອມ​ຮັບ​ລົດ​ຂອງ​ເຮົາ​ທີ່​ຢູ່​ເທິງ​ລິ້ນ​ແລະ​ທາງເດີນ​ອາຫານ​ກໍ​ຍັງ​ຮັບ​ລົດ​ຊາດ​ຫວານ​ໄດ້​ຢູ່​ດີ ເຊິ່ງ​ລົດ​ຊາດ​ຫວານ​ທີ່​ເຮົາ​ຮັບ​ຮູ້​ໄດ້​ນີ້​ທີ່​ຈະ​ໄປ​ກະຕຸ້ນ​ໃຫ້​ເກີດ​ການສ້າງ​ລິນ ໂດຍ​ຮໍ​ໂມນ​ຊະນິດ​ນີ້​ຖື​ເປັນ​ຮໍໂມນ​ໄຂ​ມັນ​ສະ​ສົມ ແລະ​ເຮັດໃຫ້​ເຮົາ​ຕຸ້ຍ​ຂຶ້ນ ແຖມ​ສານ​ໃຫ້​ຄວາມ​ຫວານ​ແທນ​ນ້ຳ​ຕານ​ຍັງ​ເຮັດໃຫ້​ຮ່າງກາຍ​ຕອບສະຫນອງ​ກັບ​ລົດ​ຊາດ​ຫວານ​ເຫລົ່າ​ນີ້​ຫລາຍ​ຂຶ້ນ​ກວ່າ​ການ​ກິນ​ນ້ຳ​ຕານ​ເຂົ້າໄປ​ແທ້ໆ ຫລາຍກວ່າ 300-600ເທົ່າ​ ເຖິງວ່າ​ມັນ​ອາດຈະ​ເຮັດໃຫ້​ເຈົ້າ​ຮູ້ສຶກ​ເບື່ອ​ລົດ​ຊາດ​ຫວານ​ແບບ​ທຳມະຊາດ​ທົ່ວ​ໄປ​ໄດ້​ແທ້ ແຕ່​ມັນ​ກໍ​ຈະ​ບັງຄັບ​ໃຫ້​ເຈົ້າ​ກິນ​ຫວານ​ຫລາຍ​ຂຶ້ນ​ເພື່ອ​ໃຫ້​ພໍ​ໃຈ​ກັບ​ລົດ​ຫວານ​ນັ້ນ​ເອງ

​ການ​ດື່ມ​ຄັອກ​ເທວ

ເຄື່ອງ​ດື່ມ​ຄັອກ​ເທວ ແມ່ນ​ຈະ​ເປັນ​ເຄື່ອງ​ດື່ມ​ທີ່​ມີ​ສ່ວນ​ປະສົມ​ຂອງ​ນ້ຳ​ຫມາກໄມ້ ແຕ່​ກໍ​ຢ່າ​ລືມ​ວ່າ​ ຄັອກ​ເທວ​ນັ້ນ​ມີ​ສ່ວນ​ປະສົມ​ຂອງ​ແອວ​ກໍ​ຮໍ ​​ເມື່ອ​ນ້ຳ​ຫມາກໄມ້​ທີ່​ມີ​ນ້ຳ​ຕານ​ສູງ ​ກັບ ​ແອວ​ກໍ​ຮໍ ​ທີ່​ມີ​ນ້ຳ​ຕານ​ຖືກ​ປະສົມ​ລວມ​ກັນ ເຄື່ອງ​ດື່ມ​ຄັອກ​ເທວ ​ກໍ​ບໍ່​ຕ່າງ​ຈາກ​ລະ​ເບີດ​ນ້ຳ​ຕານ​ດີໆ ນອກ​ຈາກ​ຈະ​ເຮັດໃຫ້​​ໄດ້ຮັບ​ປະລິມານ​ແຄ​ລໍ​ລີ ​ທີ່​ເພີ່ມ​ຂຶ້ນ ນ້ຳ​ຕານ​ທີ່​ສູງ​ຂຶ້ນ ​ຈົນ​ອາດ​ເຮັດໃຫ້​ມີ​ຜົນ​ຕໍ່​ລະ​ດັບ​ນ້ຳ​ຕານ​ໃນ​ເລືອດ​ແລ້ວ ເຄື່ອງ​ດື່ມ​ຊະນິດ​ນີ້​ກໍ​ຍິ່ງ​ເຮັດໃຫ້​ຮູ້ສຶກ​ຢາກໄດ້​ງ່າຍ​ ເພາະ​ແອວ​ກໍ​ຮໍ​ນັ້ນ ​ມີ​ອິດທິພົນ​ຕໍ່​ເຄ​ມີ​ໃນ​ສະຫມອງ​ເຮັດໃຫ້​ເຮົາ​ຮູ້ສຶກ​ຢາກ​ກິນ​ອາຫານ​ຂີ້ເຫຍື້ອ ຈົນ​ອາດ​ເຮັດໃຫ້​​ຮູ້ສຶກ​ຢາກ​ຂຶ້ນ​ມາ​ ຫລັງ​ຈາກ​ກັບ​ຈາກ​ງານ​ລ້ຽງ​ຕອນ​ເດິກ​ຂຶ້ນ​ມາ​ກໍ​ໄດ້ ດັ່ງ​ນັ້ນ​ຄວນ​ຈະ​ຫລີກ​ລ້ຽງ​ການ​ດື່ມ​ເຄື່ອງ​ດື່ມ​ຄັອກ​ເທວ​ທີ່​ມີ​ແອນ​ກໍ​ຮໍ ​ຫລື ​ນ້ຳ​ຫມາກໄມ້​ຫວານໆ ປະສົມ​ຢູ່​

ດື່ມ​ກາ​ເຟ​ຫລາຍ​ຈົນ​ເກີນ​ໄປ

ເຖິງແມ່ນວ່າ​ກາ​ແຟ​ສາມາດ​ຊ່ວຍ​ກະຕຸ້ນ​ໃຫ້​ຮູ້ສຶກ​ຕື່ນ​ໂຕ​ໄດ້​ເຊິ່ງ​ຈະ​ເຮັດໃຫ້​ເຈົ້າ​ເຮັດວຽກ​ໄດ້​ຢ່າງ​ມີ​ປະ​ສິດ​ທິ​ພາບ​ຫລາຍ​ຂຶ້ນ ແຕ່​ຖ້າ​ຫາກ​ເຈົ້າ​ດື່ມ​ກາຍມື້​ລະ 3ຈອກອາດຈະ​ໄດ້ຮັບ​ຜົນ​ເສຍ​ແທນ​ ເພາະ​ການ​ດື່ມ​ກາ​ແຟ​ຮັບ​ເອົາ​ຄາ​ເຟ​ອີນ​ເຂົ້າໄປ​ໃນ​ຮ່າງກາຍ​ຫລາຍ​ເກີນ​ໄປ ອາດຈະ​ເຮັດໃຫ້​ເຈົ້າ​ຮູ້ສຶກ​ເມື່ອຍ​​ແລະ​ເຮັດໃຫ້​ຮ່າງກາຍ​ໄດ້ຮັບ​    ອະ​ດາຣິນ​ນາ​ລິນ​ບໍ່​ພຽງ​ພໍ​ໃນ​ໄລຍະ​ເວລາ​ທີ່​ຕ້ອງ​ການ​ອະ​ດາ​ຣິນ​ນາ​ລິນ​ແທ້ໆ ​ເຊັ່ນ ​ເວລາ​ອອກ​ກຳ​ລັງ​ກາຍ​ໄດ້ ນອກ​ຈາກ​ນີ້ ການ​ດື່ມ​ກາ​ແຟ​ທີ່​ໃສ່​ ຄີມ ນົມ ນ້ຳ​ເຊື່ອມ ​ຫລື ​ນ້ຳ​ຕານ​ລົງ​ໄປ ຈະ​ເຮັດໃຫ້​ເຈົ້າ​ໄດ້ຮັບ​ແຄ​ລໍ​ລີ​ເພີ່ມ 120ແຄ​ລໍ​ລີ ​ຕໍ່​ມື້ ແລະ​ ອາ​ຈະໃຫ້​ນ້ຳ​ໜັກ​ເຈົ້າ​ເພີ່ມ​ຂຶ້ນ​ໄດ້​ເຖິງ 6ກິ​ໂລ​ກຣາມ​ຕໍ່​ປີ ແລະ ​ຍິ່ງ​ຖ້າ​ເປັນ​ ລາ​ເຕ້​ ກໍ​ຈະ​ຍິ່ງ​ເຮັດໃຫ້​ເຈົ້າ​ໄດ້ຮັບ​ແຄ​ລໍ​ລີ່​ເຖິງ 250 – 300ແຄ​ລໍ​ລີ ​ຕໍ່​ການ​ດື່ມ​ພຽງ​ໜຶ່ງ​ຈອກ​

ການ​ຫລຸດ​ນ້ຳ​ໜັກ​ທີ່​ໄດ້​ຜົນ ນອກ​ຈາກ​ຈະ​ຕ້ອງ​ມີ​ພຶດຕິກຳ​ການ​ກິນ​ທີ່​ດີ​ແລ້ວ ພຶດຕິກຳ​ການ​ດື່ມ​ກໍ​ຈະ​ຕ້ອງ  ​ເໝາະ​ສົມ ​ແລະ ​ເລືອກ​ເຄື່ອງ​ດື່ມ​ໃຫ້​ຖືກ​ວິທີ​ນໍາອີກ ເພາະ​ເຄື່ອງ​ດື່ມ​ບາງ​ຊະນິດ​ອາດຈະ​ເບິ່ງ​ມີ​ປະໂຫຍດ​ແຕ່​ທີ່​ຈິງ​ແລ້ວ​ອາດຈະ​ສົ່ງ​ຜົນ​ກະທົບ​ຕໍ່​ການ​ຫລຸດ​ນ້ຳ​ໜັກ​ໄດ້ ດັ່ງ​ນັ້ນ​ຄວນ​ຈະ​ສຶກ​ສາ ​ແລະ ​ອ່ານ​ສະ​ຫລາກ​ຜະລິດຕະພັນ​ໃຫ້​ດີ​ກ່ອນ​ຈະ​ໄດ້​ບໍ່​ຕ້ອງ​ມາ​ເສຍ​ໃຈ​ພາຍຫລັງ​