spot_img
Homeປ່ອງຢ້ຽມດວງດາວ6 ປະກົດການດາລາສາດທີ່ໜ້າສົນໃຈຕະຫຼອດປີ 2016

6 ປະກົດການດາລາສາດທີ່ໜ້າສົນໃຈຕະຫຼອດປີ 2016

Published on

ເວັບໄຊ ສະຖາບັນວິໄຈດາລາສາດແຫ່ງຊາດ (ອົງການມະຫາຊົນ) ໄດ້ເປີດເຜີຍປະກົດການດາລາສາດທີ່ໜ້າສົນໃຈຕະຫຼອດປີ 2016 ເຊິ່ງຈະມີປະກົດການໃດແນ່ນັ້ນ ເຮົາມາເບິ່ງພ້ອມກັນເລີຍ

1. ປະກົດການ ສຸຣິຍະຄາດ

150156668

ສຳລັບປະກົດານ ສຸຣິຍຸປະຣາຄານັ້ນເກີດຂຶ້ນເມື່ອວັນທີ 9 ມີນາ 2016 ໃນພາກພື້ນອາຊີຕະເວັນອອກສຽງໃຕ້ ແນວຄາດເຄື່ອນທີ່ ຈາກມະຫາສະໝຸດອິນເດຍ ສູ່ ມະຫາສະໝຸດປາຊີຟິກ ຜ່ານຫຼາຍສ່ວນຂອງປະເທດອິນໂດເນເຊຍ

2. ປະກົດການ ຈັນທະຄາດ

pic1_3

ໃນປີນີ້ເກີດມີປະກົດການຈັນທະຄາດຂຶ້ນຕັ້ງ 2 ຄັ້ງ ຄື: ຈັບທະຄາດເງົາມົວບາງສ່ວນ ເຊິ່ງເກີດຂຶ້ນເມື່ອວັນທີ 23 ມີນາ ແລະ ຈັນທະຄາດບາງສ່ວນ ເກີດຂຶ້ນເມື່ອວັນທີ 16 ກັນຍາ 2016

3. ດາວອັງຄານໃກ້ໂລກຫຼາຍທີ່ສຸດ

mars2

ປະກົດການນີ້ເກີດຂຶ້ນເມື່ອວັນທີ 31 ພະຈິກ 2016 ເປັນວັນທີ່ດາວອັງຄານໂຄຈອນເຂົ້າໃກ້ໂລກຫຼາຍທີ່ສຸດ ໂດຍຈະສົ່ງຜົນໃຫ້ເບິ່ງເຫັນດາວອັງຄານສຸກສະຫວ່າງ ມີແສງປະການສີສົ້ມແດງຈາກທ້ອງຟ້າຫຼາຍກວ່າປົກກະຕິ

4. ຍານອາວະກາດຈູໂນ ເດີນທາງຮອດດາວພະຫັດ

juno

ຍານອາວະກາດໄຮ້ຄົນຂັບ ຈູໂນ ຂອງອົງການບໍລິຫານການບິນ ແລະ ອາວະກາດແຫ່ງຊາດ (ນາຊາ) ໄດ້ຖືກປ່ອຍຈາກສະຖານີກອງທັບອາກາດເຄປຄານາເວີເຮລ ເມື່ອວັນທີ 5 ສິງຫາ 2012 ແລະ ເດີນທາງໄປຮອດດາວພະຫັດໃນວັນທີ 4 ກໍລະກົດ 2016

5. ປະກົດການ ຊູບເປີມູນ

15111

ປະກົດການຊຸບເປີມູນ ຫຼື ເດືອນດວງໃຫຍ່ ໃນວັນນະມັດສະການພຣະທາດຫຼວງວຽງຈັນ ກົງກັບວັນທີ 14 ພະຈິກ 2016

6. ປະກົດການຝົນດາວຕົກ

pic05

ໃນປີ 2016 ນີ້ ມີປະກົດການຝົນດາວຫຼາຍເທື່ອເຊັ່ນ: ຝົນດາວຕົກລີໂອນິດສ໌ ເປັນຕົ້ນ ເຊິ່ງວັນເດືອນທີ່ເກີດຝົນດາວຕົກພາຍໃນປີ 2016 ມີດັ່ງນີ້: 4 ມັງກອນ,​ 22 ເມສາ, 5 ພຶດສະພາ, 28 ກລະກົດ,​ 12 ສິງຫາ, 21 ຕຸລາ, 5 ພະຈິກ, 17 ພະຈິກ ແລະ 14 ທັນວາ 2016

 

ທີ່ມາຈາກ: http://hilight.kapook.com/view/131774

ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...