spot_img
Homeຄວາມງາມ5 ອັນດັບແມ່ຍິງທີ່ງາມທີ່ສຸດໃນໂລກ 2016

5 ອັນດັບແມ່ຍິງທີ່ງາມທີ່ສຸດໃນໂລກ 2016

Published on

ໃນຄໍລຳ ຄວາມງາມ ວັນນີ້ ເຮົາຈະມານຳສະເໜີແມ່ຍິງທີ່ງາມທີ່ສຸດໃນໂລກ ປະຈຳປີ 2016 ເຮົາມາເບິ່ງຊົມໂສມງາມຂອງ 5 ອັນດັບແມ່ງຍິງທີ່ງາມທີ່ສຸດໃນໂລກ ຈັດອັນດັບໂດຍ Wonderslist

pixie-lott-strictly

ອັນດັບທີ 5: Pixie Lott ນັກຮ້ອງ, ນັກແຕ່ງເພງ ແລະ ນັກສະແດງຊາວອັງກິດ ເຈົ້າຂອງອາລະບັ້ມ Turn It Up (2009) Young Foolish Happy (2011) ແລະ Pixie Lott (2014) ແລະ ຜົນງານການສະແດງໃນຮູບເງົາເລື່ອງ Fred The Movie (2010) ແລະ Fred 2 (2011)

dee

ອັນດັບທີ 4: Deepika Padukone ນັກສະແດງບອລລີວູດຂອງອິນເດຍ ທີ່ມີໂອກາດໄປໂດ່ງດັງໃນຮອລລີວູດຂອງອາເມຣິກາ ຈາກຮູບເງົາເລື່ອງ Cocktail (2012), Piku (2015) ແລະ ອື່ນໆ

1645131

ອັນດັບທີ 3: Nana Im Jin-Ah ນັກຮ້ອງສາວຊາວເກົາຫຼີໃຕ້ຈາກວົງ After School ທີ່ມີຜົນງານເພງດັງຫຼາຍອາລະບັ້ມ ເຊັ່ນ Virgin (2011), Dress To Kill (2014) ແລະອື່ນໆ

xp0ql

ອັນດັບທີ 2: Liza Soberano ສາວລູກຊອດຟີລິບປິນ-ອາເມຣິກາ ໂດ່ງດັງມາຈາກການສະແດງຮູບເງົາ Must Be Love (2013), Just The Way You Are (2015) ແລະ ອື່ນໆ

selena-gomez-no1s-bb38-2015-billboard-650-1

ອັນດັບທີ 1: Selena Gomez ນັກສະແດງ ແລະ ນັກຮ້ອງຊາວອາເມຣິກາ ທີ່ມີຜົນງານການສະແດງຕັ້ງແຕ່ເດັກໃນເລື່ອງ Spy Kid 3-D: Game Over (2003), Neighbors 2 Sorority Rising (2016) ແລະ ຜົນງານເພງໂດ່ງດັງຫຼາຍອາລະບັ້ມ ເຊັ່ນ Star Dance (2013), Revival (2015) ແລະ ມີຄອນເສີດ World Tour ຫຼາຍປະເທດ. ນອກຈາກນີ້ຍັງມີຍອດຟອລໂລເວີໃນໄອຈີສູງທີ່ສຸດໃນໂລກ ເຖິງ 100 ລ້ານກວ່າຄົນອີກດ້ວຍ

ຕິດຕາມເລື່ອງດີດີ ບັນເທີງລາວ Lao Entertenment ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...