spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມ5 ສາເຫດທີ່ສ່ຽງເຮັດໃຫ້ຕັບມີບັນຫາ

5 ສາເຫດທີ່ສ່ຽງເຮັດໃຫ້ຕັບມີບັນຫາ

Published on

ຫຼາຍຄົນເຄີຍສົງໃສ ແລະ ຕັ້ງຄຳຖາມວ່າ ໂຣກຕັບເກີດຂຶ້ນມາໄດ້ແນວໃດ ເພາະບາງຄົນບໍ່ໄດ້ດື່ມສິ່ງມຶນເມົາ ຫຼື ບໍ່ໄດ້ກິນອາຫານດິບ, ເຄິ່ງສຸກດິບ ເຄິ່ງດິບ ແຕ່ເປັນຫຍັງຍັງມີບັນຫາເລື່ອງຕັບ ຄວາມຈິງແລ້ວມັນມີຫຼາຍປັດໃຈທີ່ເຮັດໃຫ້ຕັບຂອງຄົນເຮົາມີບັນຫາ ແຕ່ຈະມີສາເຫດໃດແນ່ນັ້ນ ເຮົາມາອ່ານກັນເລີຍ

1) ອາຫານ ແລະ ນ້ຳດື່ມ 

ຄົນເຮົາຄວນກິນອາຫານ ແລະ ດື່ມນ້ຳທີ່ສະອາດທຸກຄັ້ງ ເພື່ອປ້ອງກັນໂຣກໄວຣັສຕັບອັກເສບເອ ເຊິ່ງເກີດຈາກການກິນອາຫານຕ່າງໆ ເຊັ່ນ: ອາຫານບໍ່ສະອາດ, ຜັກສົດ, ໝາກໄມ້ ທີ່ລ້າງບໍ່ສະອາດ, ນ້ຳດື່ມທີ່ມີສານປົນເປື້ອນ ອາຫານເຮັດບໍ່ສຸກ, ເປັນຕົ້ນ

2) ການມີເພດສຳພັນ ແລະ ເລືອດ

ການຕິດເຊື້ອໄວຣັສຕັບອັກເສບບີ ມີຄົນເປັນພາຫະນະທີ່ສຳຄັນ ເຊັ່ນ: ການໃຊ້ເຄື່ອງຮ່ວມກັບຄົນທີ່ມີເຊື້ອໄວຣັສຕັບບີ ຫຼື ການມີເພດສຳພັນຮ່ວມກັບຄົນທີ່ມີເຊື້ອໄວຣັສຕັບບີ ກໍ່ສາມາດຕິດກັນໄດ້

3) ຢາ 

ການກິນຢາ ຫຼື ຜະລິດຕະພັນເສີມຕ່າງໆ ອາດມີຜົນຂ້າງຄຽງຕໍ່ຕັບໄດ້ ເຊັ່ນ: ການໃຊ້ຢາພາຣາເຊຕາມໍ, ຢາແກ້ປວດ, ຢາຄາຍກ້າມເນື້ອ, ຢາດີຫວັດ, ຢາປະຕິຊີວະນະ, ຢາສະໝຸນໄພທີ່ບໍ່ໄດ້ມາດຕະຖານ, ຢາລູກກອນ ອື່ນໆ

4) ເຄື່ອງດື່ມແອລກໍຮໍ

ແອລກໍຮໍຈະເຮັດໃຫ້ເກີດຄວາມຜິດປົກກະຕິຂອງການໃຊ້ໂປຣຕິນ, ໄຂມັນ ແລະ ຄາຣໂບໄຮເດຣດໃນຕັບໄດ້ ໃນໄລຍະທຳອິດຈະເຮັດໃຫ້ໄຂມັນສະສົມໃນຕັບກ່ອນ ເຊິ່ງເບື້ອງຕົ້ນຈະບໍ່ມີອາການໃດໆ ແຕ່ປ່ອຍໄວ້ດົນໆຈະເຮັດໃຫ້ເກີດພາວະຕັບອັກເສບ ແລະ ຊ້ຳເຮື້ອຈົນເປັນຕັບແຂງ ຫຼື ອາດເຮັດໃຫ້ເກີດມະເຮັງຕັບໄດ້

5) ສານພິດຕ່າງໆ 

ການໄດ້ຮັບສານພິດເຂົ້າສູ່ຮ່າງກາຍເປັນປະຈຳກໍ່ເຮັດໃຫ້ເກີດອັນຕະລາຍຕໍ່ຕັບໄດ້ ເຊັ່ນ: ສານໜູ ທີ່ປົນເປື້ອນໃນຢາຫອມ, ປາໝິກແຫ້ງໃນອາຫານ ແລະ ສິ່ງແວດລ້ອມ ຫາກຮ່າງກາຍຮັບເຂົ້າໄປຫຼາຍຈະສະສົມທີ່ຕັບ ແລະ ທຳລາຍລະບົບການເຮັດວຽກຂອງຕັບ ເຮັດໃຫ້ຕັບເຮັດວຽກໜັກ ແລະ ເກີດການອັກເສບຕາມມາໃນທີ່ສຸດ

ຂໍ້ມູນຈາກ: http://www.rak-sukapap.com/2016/08/5_13.html

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...