spot_img
Homeນານາສາລະ5 ສັນຍານເຕືອນ “ຮ່າງກາຍ” ກໍາລັງມີສານພິດຫຼາຍເກີນໄປ

5 ສັນຍານເຕືອນ “ຮ່າງກາຍ” ກໍາລັງມີສານພິດຫຼາຍເກີນໄປ

Published on

ຮ່າງກາຍຈະໄດ້ຮັບສານພິດຢູ່ທຸກມື້ ຈາກອາກາດ, ອາຫານ ທີ່ເຮົາກິນເຂົ້າໄປ ແລະຖ້າຫາກເຮົາສະສົມໄວ້ຈົນຮອດຈຸດທີ່ຫຼາຍສົມຄວນ ເຮົາກໍຈະຕ້ອງໄດ້ລ້າງສານພິດອອກຈາກຮ່າງກາຍ, ຖ້າຫາກຮ່າງກາຍເຮົາມີສານພິດຫຼາຍເກີນໄປມັນຈະສົ່ງສັນຍານເຕືອນດັ່ງນີ້

  1. ນອນບໍ່ຫຼັບ: ບາງຄົນຈະນອນແຕ່ລະຄືນແມ່ນຫຼັບຍາກທີ່ສຸດ ຈົນຮອດເດິກໆຄ່ອຍນອນຫຼັບ ຫຼືບາງຄົນນອນນອນເທົ່າໃດກໍນອນບໍ່ອິ່ມ, ເມື່ອຍຕົນຕົວຢູ່ຕະຫຼອດ, ບາງຄົນຢາກນອນໝົດມື້, ບໍ່ສົດຊື່ນ
  2. ເຈັບຫົວ: ເຈັບຫົວຢູ່ຕະຫຼອດເວລາ, ຖ້າຫາກເປັນໄມເກນແດ່ ຍິ່ງຈະເຮັດໃຫ້ເຈັບຫົວຢູ່ຕະຫຼອດ, ມັກລືມ ສະໝອງບໍ່ປອດປອດໂປ່ງ, ຄິດຫຍັງກໍບໍ່ອອກ, ບາງຄົນອາດເຮັດໃຫ້ອາລົມເກີດອາການຄຽດ, ໃຈຮ້າຍແບບບໍ່ມີເຫດຜົນ
  3. ຜິວຄໍ້າ: ບາງຄົນມີສານພິດໃນຮ່າງກາຍຫຼາຍ ຈົນເຮັດໃຫ້ຜິວຄໍ້າ, ຜິວບໍ່ສົດໃສ ຫຼືອາດມີສິວຂຶ້ນ ທັງທີ່ດູແລຄວາມສະອາດຢູ່ຕະຫຼອດ, ເກີດລິ້ວລອຍ, ເປັນຝ້າ, ເປັນກະ ແກ່ກ່ອນໄວອັນຄວນ
  4. ມີກິ່ນປາກ: ເພາະຮ່າງກາຍມີສານພິດຫຼາຍ ແລ້ວກໍເຮັດໃຫ້ມັນສົ່ງອອກມາທາງກິ່ນປາກ ຫຼືບາງຄັ້ງອາດເຮັດໃຫ້ເກີດບາດແຜໃນຊ່ອງປາກ
  5. ມີບັນຫາກ່ຽວກັບລຳໄສ້ ແລະກະເພາະອາຫານ: ໂດຍສະເພາະເປັນ ອາຫານບໍ່ຍ່ອຍ, ຈຸກທ້ອງ, ເຈັບທ້ອງ, ທ້ອງຜູກຕະຫຼອດ ເພາະລຳໄສ້ອ່ອນແອເກີນໄປ

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...