spot_img
HomeBaby-ແມ່ແລະເດັກ5 ສັນຍານເຕືອນເກີດກ່ອນກຳນົດທີ່ຕ້ອງລະວັງ

5 ສັນຍານເຕືອນເກີດກ່ອນກຳນົດທີ່ຕ້ອງລະວັງ

Published on

ຕາມປົກກະຕິແລ້ວຊ່ວງເວລາຖືພາທີ່ສົມບູນຈະມີອາຍຸຄັນລະຫວ່າງ 37-40 ອາທິດ ຈິ່ງຈະເຕັມຄົບກຳນົກເກີດ ຫາກລູກເກີດກ່ອນ 37 ອາທິດ  ນັ້ນໝາຍເຖິງພາວະເກີດກ່ອນກຳນົດ ຫາກຍິ່ງເກີດໄວເທົ່າໃດ ກໍ່ຍິ່ງເປັນອັນຕະລາຍຫຼາຍຂຶ້ນເທົ່ານັ້ນ ການເກີດກ່ອນກຳນົດແມ່ນສາມາດເກີດໄດ້ຈາກປັດໄຈທີ່ຫຼາກຫຼາຍ ດັ່ງນັ້ນໃນໄລຍະຖືພານອກຈາກແມ່ຈະຕ້ອງປັບປ່ຽນພຶດຕິກຳເພື່ອລູກໃນທ້ອງແລ້ວ ສິ່ງທີ່ຄວນເຝົ້າລະວັງຄືສັງເກດອາການເຕືອນຈາກການເຈັບທ້ອງ ອັນເປັນສັນຍານຂອງການເກີດລູກກ່ອນກຳນົດ

5 ສັນຍານເຕືອນເກີດກ່ອນກຳນົດທີ່ຕ້ອງລະວັງມີດັ່ງນີ້: 

1 ອາການບວມ ແລະ ຄວາມດັນເລືອດສູງ

2 ມີມູກເລືອກອອກທາງຊ່ອງຄອດ

3 ມີນ້ຳຄາວປາໄຫລອອກ

4 ຄວາມຮູ້ສຶກລູກດີ້ນໜ້ອຍລົງ ວິທີນັບລູກດິ້ນແມ່ນເລີ່ມນັບແຕ່ຕອນເຊົ້າຈົນຮອດແລງ ຢ່າງໜ້ອຍ 12 ຊົ່ວໂມງ ຫາກລູກດິ້ນຄົບ 10 ຄັ້ງໃນ 4 ຊົ່ວໂມງ ກໍ່ບໍ່ຈຳເປັນຕ້ອງນັບຕໍ່ ແຕ່ຖ້າຫາກລູກດິ້ນໜ້ອຍກວ່າ 10 ຄັ້ງ ໃຫ້ລອງພັກ 1 ຊົ່ວໂມງແລ້ວສັງເກດລູກອີກຄັ້ງໜຶ່ງ ຖ້າລູກຍັງບໍ່ດິ້ນຕາມທີ່ຄວນຈະເປັນ ຫຼື ດິ້ນຫຼຸດລົງມາ ແມ່ຄວນໄປພົບແພດດ່ວນ

5 ອາການທ້ອງແຂງເລື່ອຍໆ ອາການທ້ອງແຂງ ຄື ການປວດບໍລິເວນມົດລູກ ເປັນພາວະທີ່ມົດລູກບີບຮັດຕົວແຂງເປັນກ້ອນມົນ ເມື່ອທ່ານເອົາມືວາງບໍລິເວນໜ້າທ້ອງ ຈະສຳພັດ ແລະ ຮູ້ສຶກເປັນກ້ອນໆ ການເຈັບທ້ອງນັ້ນຈະຮູ້ສຶກເຈັບຜັ້ນມາເປັນບາດ ບາງຄົນຈະມີອາການທ້ອງແຂງຢູ່ປະມານ 10ນາທີ/ຄັ້ງ ແລະ ເປັນສະໝ່ຳສະເໝີຢູ່ 4-5 ຄັ້ງ ຫາກປ່ອຍໄວ້ດົນຈະເຮັດໃຫ້ປາກມົດລູກເປີດອອກ ແລະ ເກີດລູກກ່ອນກຳນົດໄດ້

 

ທີ່ມາຈາກ: http://th.theasianparent.com/

ຕິດຕາມເຮາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...