spot_img
Homeນານາສາລະ5 ວິທີໃນການເລີ່ມເຮັດວຽກຈາກທາງບ້ານ (Work From Home)

5 ວິທີໃນການເລີ່ມເຮັດວຽກຈາກທາງບ້ານ (Work From Home)

Published on

ຈາກການແຜ່ລະບາດຂອງໄວຣັສໂຄວິດ-19 ຫຼາຍໆບໍລິສັດຫຼືອົງກອນກໍ່ໄດ້ໃຫ້ພະນັກງານເລີ່ມເຮັດວຽກທີບ້ານພັກຂອງຕົວເອງ. ຫຼາຍໆທ່ານອາດຈະບໍ່ລຶ້ງກັບການເຮັດວຽກຈາກບ້ານ ເພາະສ່ວນຫຼາຍແມ່ນເຮັດຢູ່ໃນຫ້ອງການ ພໍກັບບ້ານກໍ່ເປັນການພັກຜ່ອນຈາກວຽກເພື່ອເກັບແຮງໄວ້ສຳຫຼັບວຽກມື້ອື່ນ. ການທີ່ໄດ້ຢູ່ແຕ່ໃນບ້ານໝົດມື້ອາດຈະເຮັດໃຫ້ທ່ານເຊັງຫຼືເຮັດວຽກບໍ່ເປັນການເປັນງານ. ລາວໂພສມື້ນີ້ຂໍສະເໜີວິທີເຮັດວຽກຈາກບ້ານໃຫ້ໄດ້ປະສິດຕິພາບແລະບໍ່ໜ້າເບື່ອຈົນເກີນໄປ

  1. ຫາບ່ອນເຮັດວຽກໃນບ້ານທີ່ເໝາະສົມກັບທ່ານ

ຫາບ່ອນນັ່ງໃນບ້ານທີີ່ທ່ານສາມາດນັ່ງເຮັດວຽກດົນໆແລະເຮັດໃຫ້ທ່ານຮູ້ສຶກສະບາຍໄດ້ ພ້ອມຈັດສະຖານທີໃຫ້ເປັນບ່ອນເຮັດວຽກແບບຈິງຈັງ. ຫຼີກລ່ຽງການເຮັດວຽກຢູ່ໃນບ່ອນທີ່ເອົາໄວ້ພັກຜ່ອນເຊັ່ນຫ້ອງນອນຫຼືໂຊຟາ.

2. ຈັດຕາຕະລາງວຽກແບບມື້ຕໍ່ມື້

ຈົດບັນທຶກສິ່ງທີ່ຈະເຮັດໃນມື້ນີ້ໃຫ້ເປັນລະບຽບແລະຈະແຈ້ງ ເພື່ອໃຫ້ວຽກງານມີຄວາມຄືມໜ້າແລະບໍ່ຫຼຸດອອກຈາກແຜນການຫຼາຍຈົນເກີນໄປ

3. ກຽມອິນເຕີເນັດແລະອຸປະກອນ

ການສື່ສານທາງໄກ ອິນເຕີເນັດເປັນສິ່ງສຳຄັນ, ກວດສອບເຄື່ອຂ່າຍອິນເຕີເນັດໃຫ້ຮຽບຮ້ອຍພ້ອມກວດສວບອຸປະກອນໃຫ້ແນ່ໃຈວ່າໃຊ້ການໄດ້ບໍ ເພື່ອທີ່ການສື່ສານຈະໄດ້ບໍ່ມີຄວາມຜິດພາດ.

4.ກຳນົດເວລາເຮັດ-ພັກວຽກ

ແບ່ງເວລາເຮັດວຽກແລະພັກວຽກໃຫ້ເໝາະສົມ ໃຫ້ເວລາຕົວເອງໄດ້ພັກຮ່າງກາຍແລະສະໝອງເພື່ອເກັບແຮງໄວ້ເຮັດວຽກໃຫ້ມິປະສິດຕິພາບແລະເພື່ອບໍ່ໃຫ້ມີການໝົດໄຟໃນການເຮັດວຽກ

5. ສື່ສານກັບເພື່ອນຮ່ວມງານໃຫ້ຫຼາຍແລະຊັດເຈນ

ໃນເມື່ອທ່ານແລະເພື່ອນຮ່ວມງານຕ້ອງໄດ້ເຮັດວຽກຄົນລະບ່ອນ ການສື່ສານໃຫ້ຈະແຈ້ງຖືເປັນສິ່ງສຳຄັນ ສື່ສານໃຫ້ຫຼາຍ ເພື່ອໃຫ້ໝູ່ຮ່ວມງານຮູ້ເຖິງຄວາມຄືບໜ້າຫຼືອະທິບາຍວຽກງານໃຫ້ ເພື່ອບໍ່ໃຫ້ວຽກງານຕິດຂັດຫຼືມີການເຂົ້າໃຈຜິດ.

ເຮົາກໍ່ຫວັງວ່າວິທີນີ້ຈະຊ່ວຍໃຫ້ທ່ານເລີ່ມຕົ້ນການເຮັດວຽກຈາກບ້ານໃຫ້ລາບລື່ນແລະບໍ່ຕິດຂັດ ພ້ອມຊ່ວຍກັນຫຼຸດຜ່ອນຄວາມສ່ຽງຈາກການແຜ່ລະບາດຂອງໄວຣັສຮ້າຍນີ້.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...