spot_img
HomeBaby-ແມ່ແລະເດັກ5 ວິທີຊ່່ວຍເຮັດໃຫ້ລູກນ້ອຍນອນຫຼັບສະບາຍ

5 ວິທີຊ່່ວຍເຮັດໃຫ້ລູກນ້ອຍນອນຫຼັບສະບາຍ

Published on

ໃນຊ່ວງໄລຍະທຳອິດເດັກເກີດໃໝ່ທີ່ອອກມາສູ່ໂລກພາຍນອກ ພວກເຂົາຍັງບໍ່ຄຸ້ນເຄີຍກັບສະພາບແວດລ້ອມ ແລະ ສິ່ງຕ່າງໆ ຮອບຕົວ ເພາະຕອນທີ່ຢູ່ໃນທ້ອງແມ່ພວກເຂົາຈະຮູ້ສຶກປອດໄພ ອົບອຸ່ນ ແລະ ຄຸ້ນເຄີຍກັບການໄດ້ຢູ່ຕິດກັບແມ່ ດັ່ງນັ້ນເມື່ອເກີດອອກມາພວກເຂົາອາດຈະຮ້ອງໄຫ້ແບບບໍ່ມີສາເຫດ ແຕ່ແມ່ເອງກໍ່ສາມາດສ້າງຄວາມຄຸ້ນເຄີຍກັບສະພາບແວດລ້ອມໃຫ້ກັບລູກຄືດັ່ງນີ້

  1. ຜ້າຫໍ່ໂຕລູກນ້ອຍ ເມື່ອລູກເກີດອອກມາໃໝ່ ເພື່ອສ້າງຄວາມຄຸ້ນເຄີຍໃຫ້ກັບລູກ ແລະ ປ້ອງກັນອາການຕົກໃຈຂອງລູກໃນຊ່ວງໄລຍະທຳອິດ

2. ຖ້າລູກມີອາການຕົກໃຈ ຫຼື ຮ້ອງໄຫ້ ອາດຈະຈັບໃຫ້ລູກນອນຄວ້ຳ ແຕ່ບໍ່ໃຫ້ອັດໜ້າລູກ ເພື່ອໃຫ້ລູກສະຫງົບລົງ

3. ຮ້ອງເພງກ່ອມລູກນອນເບົາໆ ລູກຈະຮູ້ສຶກຜ່ອນຄາຍ ແລະ ນອນຫຼັບໄດ້ງ່າຍຂຶ້ນ

4. ອຸ້ມໄກວໄປມາເບົາໆຊ້າໆ ລູກຈິ່ງໄດ້ຮູ້ສຶກຄືກັບວ່າຍັງຢູ່ໃນທ້ອງແມ່ຄືກັບຕອນທີ່ແມ່ຍ່າງໄປມາ

5. ຫາແນວໃຫ້ດູດ ໃຫ້ລູກດູດນົມ ຫຼື ຫົວນົມປອມ ເພື່ອໃຫ້ລູກມີຄວາມຮູ້ສຶກວ່າຄືດູດຕອນດູດນິ້ວມືຕົນເອງໃນເວລາຢູ່ໃນທ້ອງ

 

ທີ່ມາ: http://www.maerakluke.com/topics/9301
ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...