spot_img
HomeBaby-ແມ່ແລະເດັກ5 ວິທີງ່າຍໆ ທີ່ຊ່ວຍໃຫ້ລູກສະຫຼາດຕັ້ງແຕ່ຢູ່ໃນທ້ອງ

5 ວິທີງ່າຍໆ ທີ່ຊ່ວຍໃຫ້ລູກສະຫຼາດຕັ້ງແຕ່ຢູ່ໃນທ້ອງ

Published on

ເມື່ອແມ່ຍິງເລີ່ມຖືພາ ນອກຈາກຢາກໃຫ້ລູກໃນທ້ອງແຂງແຮງ ແລະເກີດອອກມາສົມບູນແລ້ວ, ແມ່ຫຼາຍຄົນ ຕ່າງກໍຢາກໃຫ້ລູກໃຫຍ່ຂຶ້ນມາເປັນເດັກນ້ອຍສະຫຼາດ, ເຮົາມີວິທີງ່າຍໆ ທີ່ຈະຊ່ວຍເສີມສ້າງພັດທະນາການ ທາງສະໝອງຂອງລູກນ້ອຍ ຕັ້ງແຕ່ຢູ່ໃນທ້ອງ

  1. ເພີ່ມໄອໂອດີນໃນອາຫານ: ຫາກແມ່ຍິງຖືພາຫາກຂາດໄອໂອດີນ ຈະເຮັດໃຫ້ລູກມີ IQ ຫຼຸດລົງ ແຕ່ຖ້າຫກາແມ່ຍິງຖືພາຫາກກິນໄອໂອດີນໃນປະລິມານທີ່ເໝາະສົມ ກໍຈະສາມາດເພີ່ມ IQ ຂອງລູກໄດ້ 25, ສາມາດໃຊ້ເກືອ ທີ່ມີໄອໂອດີນ ໃນການປະກອບອາຫານໄດ້, ນອກຈາກນັ້ນ ອາຫານປະເພດ ປາທະເລ, ນົມ, ໄຂ່ ກໍສາມາດເພີ່ມໄອໂດດີນໄດ້
  2. ວິຕາມິນດີໃນປາ ເຊັ່ນປາເຊວມອນ, ເນີຍ, ໄຂ່ແດງ ແລະນົມ ເພາະວິຕາມິນດີມີສ່ວນສຳຄັນໃນການພັດທະນາຂອງລູກ ທັງກະດູກ ແລະກ້າມເນື້ອ, ຍັງຊ່ວຍຄວບຄຸມອາລົມທີ່ປ່ຽນແປງຂອງແມ່ໄດ້ອີກດ້ວຍ
  3. ຫຼີກລຽງເຄື່ອງດື່ມແອວກໍຮໍ:ການດື່ມເຄື່ອງດື່ມແອວກໍຮໍ ລະຫວ່າງຖືພາ ຈະສົ່ງຜົນເສຍຕໍ່ສຸຂະພາບຮ່າງກາຍ, ພຶດຕິກຳ ແລະສຸຂະພາບຈິດຂອງເດັກອີກດ້ວຍ, ທັງເປັນສາເຫດຂອງພາວະປັນຍາອ່ອນໃນລູກໄດ້, ນອກຈາກ ເຄື່ອງດື່ມທີ່ມີແອວກໍຮໍແລ້ວ ການສູບຢາ ຫຼືການໃຊ້ສານເສບຕິດອື່ນໆ ກໍອາດສົ່ງຜົນເສຍຢ່າງຮ້າຍແຮງຕໍ່ສະໝອງຂອງລູກໃນທ້ອງໄດ້, ຫາກເຈົ້າຢາກໃຫ້ລູກເກີດມາສະຫຼາດ ຄວນຫຼີກລຽງການກິນ
  4. ວິຕາມິນບີ ແລະໂຟລິກ: ການກິນອາຫານທີ່ມີວິຕາມິນບີ ແລະໂຟລິກທີ່ມີຢູ່ໃນໄຂ່ໄກ່, ປາເຊວມອນ, ຖົ່ວຈະຊ່ວຍເສີມສ້າງພັດທະນາການທາງສະໝອງຂອງລູກນ້ອຍໄດ້ ຕັ້ງແຕ່ຢູ່ໃນທ້ອງ, ໂຟລິກນັ້ນ ມີສ່ວນສຳຄັນທີ່ຈະຊ່ວຍພັດທະນາເຊວສະໝອງຂອງເດັກ
  5. ອອກກຳລັງກາຍຊ່ວຍໃຫ້ເດັກສະຫຼາດ: ການອອກກຳລັງກາຍ ເປັນວິທີໜຶ່ງ ທີ່ຈະຊ່ວຍໃຫ້ລູກສະຫຼາດ ຕັ້ງແຕ່ຢູ່ໃນທ້ອງ, ທັງການອອກກຳລັງຕອນຖືພາ ຈະຊ່ວຍໃນການຄວບຄຸມນໍ້າໜັກ ແລະຍັງເປັນການກຽມຮ່າງກາຍ ໃຫ້ມີຄວາມພ້ອມກ່ອນການເກີດລູກ

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ifram FB ວິທະຍາສຶກສາ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...