spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້5 ປີຜ່ານມາມີຕຳຫລວດ 737 ຄົນ ຖືກໄລ່ອອກກຳລັງຍ້ອນຜິດວິໄນ

5 ປີຜ່ານມາມີຕຳຫລວດ 737 ຄົນ ຖືກໄລ່ອອກກຳລັງຍ້ອນຜິດວິໄນ

Published on

ທ່ານ ພົນຈັດຕະວາ ດວງປີ ດາມະນີວົງ ຮອງປະທານກວດກາພັກກະຊວງ, ຫົວໜ້າກົມກວດກາ-ກວດການ ກະຊວງປ້ອງກັນຄວາມສະຫງົບ ໄດ້ລາຍງານໃນກອງປະຊຸມກວດກາກຳລັງປ້ອງກັນຄວາມສະຫງົບໃນທົ່ວປະເທດ ຄັ້ງທີ V ເມື່ອບໍ່ດົນມານີ້ວ່າ: ໃນໄລຍະ 5 ປີຜ່ານມາ, ຄະນະກວດກາກະຊວງ ປກສ ໄດ້ເອົາໃຈໃສ່ໃນການຕິດຕາມກວດກາ, ຕ້ານ ແລະ ສະກັດກັ້ນປາກົດການຫຍໍ້ທໍ້ຕ່າງໆໃນຖັນແຖວພະນັກງານນັກຮົບກຳລັງ ປກສ ແລະ ສາມາດພົບເຫັນການລະເມີດລະບຽບກົດໝາຍ, ສໍ້ລາດບັງຫລວງ ແລະ ອື່ນໆ ຈຳນວນ 1.343 ຄົນ, ສ້າງຜົນເສຍຫາຍເປັນເງິນສົດຫລາຍກວ່າ 6 ຕື້ກີບ, 191 ພັນໂດລາສະຫະລັດ, 147 ລ້ານກວ່າບາດ (ສະກຸນເງິນໄທ), 23 ລ້ານກວ່າດົງ (ສະກຸນເງິນຫວຽດນາມ) ແລະ ຊັບສິນອື່ນໆ ໂດຍບັນຫາທີ່ກວດພົບສ່ວນຫລາຍແມ່ນການສວຍໃຊ້ໜ້າທີ່ຫາຜົນປະໂຫຍດສ່ວນຕົວເຊັ່ນ: ຢັກຢອກຢາເສບຕິດຂອງກາງຄະດີ ແລະ ຮັບສິນບົນຈາກຜູ້ຄ້າຂາຍຢາເສບຕິດ ດັ່ງກໍລະນີເຈົ້າໜ້າທີ່ ປກສ ແຂວງຫົວພັນ ຈຳນວນໜຶ່ງຮັບສິນບົນເປັນເງິນສົດ 120 ພັນໂດລາສະຫະລັດ ຈາກຂະບວນການຄ້າເຮໂຣອິນຈຳນວນ 93 ແທ່ງ, ກໍລະນີເຈົ້າໜ້າທີ່ ປກສ ແຂວງຫລວງນ້ຳທາ ຈຳນວນໜຶ່ງຮັບສິນບົນຈາກນັກໂທດປະຫານຊີວິດໃນຄະດີຢາເສບຕິດ ຈຳນວນ 14 ລ້ານບາດ (ສະກຸນເງິນໄທ) ເພື່ອແລກກັບການປ່ອຍຕົວນັກໂທດ ແລະ ອີກຫລາຍໆກໍລະນີ.

ຈາກການປະພຶດທີ່ບໍ່ດີ ແລະ ລະເມີດລະບຽບກົດໝາຍດັ່ງກ່າວ ຈຶ່ງໄດ້ມີການປະຕິບັດຕາມວິໄນ ຄືລະດັບກ່າວເຕືອນຈຳນວນ 144 ຄົນ, ໂຈະຍ້ອງຍໍ-ເລື່ອນຊັ້ນ 341 ຄົນ, ປົດຕຳແໜ່ງ 101 ຄົນ, ຍົກຍ້າຍໜ້າທີ່ 20 ຄົນ, ໄລ່ອອກຈາກກຳລັງ 737 ຄົນ ແລະ ສົ່ງໃຫ້ອົງການສືບສວນ-ສອບສວນດຳເນີນຄະດີຕາມລະບຽບກົດໝາຍ 17 ຄົນ. ພ້ອມດຽວກັນນັ້ນ ຄະນະກວດກາກະຊວງຍັງໄດ້ຮັບ ແລະ ຄົ້ນຄວ້າຄຳສະເໜີ-ຄຳຮ້ອງທັງໝົດ 454 ເລື່ອງ, ສາມາດແກ້ໄຂໄດ້ 328 ເລື່ອງ, ສົ່ງໃຫ້ກົມກອງທ້ອງຖິ່ນແກ້ໄຂ 106 ເລື່ອງ ເຊິ່ງພົ້ນເດັ່ນກວ່າໝູ່ແມ່ນກ່ຽວພັນເຖິງຄວາມຮັບຜິດຊອບຂອງເຈົ້າໜ້າທີ່ໃນຂົງເຂດວຽກງານສືບສວນ-ສອບສວນຄະດີອາຍາ, ເສດຖະກິດ, ການຮັບສິນບົນຈາກຍາດຜູ້ຖືກຫາ-ນັກໂທດ ແລະ ອື່ນໆ.

ຂ່າວ: ລາວພັດທະນາ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...