spot_img
Homeນານາສາລະ4 ເຄັດລັບວິທີເຮັດໃຫ້ແມ່່ສາມີຮັກ

4 ເຄັດລັບວິທີເຮັດໃຫ້ແມ່່ສາມີຮັກ

Published on

ຜູ້ຍິງຫຼາຍຄົນເມື່ອແຕ່ງງານແລ້ວ ຕ້ອງໄດ້ຍ້າຍເຂົ້າໄປຢູ່ກັບຄອບຄົວຂອງສາມີ ບາງຄົນກໍອາດຈະເຂົ້າກັບແມ່ສາມີໄດ້ ແຕ່ບາງຄົນກໍອາດຈະບໍ່ເຂົ້າກັບແມ່ສາມີໄດ້ດີ ຫຼືແມ່ສາມີບໍ່ຮັກ ມື້ນີ້ເຮົາມີເຄັດລັບດີໆ ທີ່ຈະເຮັດໃຫ້ເພິ່ນຮັກເຮົາຄືກັບວ່າເຮົາເປັນລູກຂອງເພິ່ນ

  1. ເຂົ້າໃຈເພິ່ນ: ສິ່ງທີ່ສຳຄັນທີ່ສຸດຄື ທັດສະນະຄະຕິຂອງຕົນເອງ, ໃນເມື່ອເຈົ້າຮັກລູກເພິ່ນ ເຮົາກໍຮັກແມ່ເຂົານຳ ຢ່າງໜ້ອຍເຂົາກໍເປັນແມ່ຄົນທີ່ເຮົາຮັກ ເປັນຄົນໜຶ່ງທີ່ສຳຄັນໃນຊີວິດຂອງສາມີ, ພະຍາຍາມຢ່າເບິ່ງໃນແງ່ລົບ, ບາງຄັ້ງແມ່ສາມີອາດຈະເວົ້າເຮັດໃຫ້ເຈົ້າອຶດອັດ ອາດເປັນເພາະເພິ່ນເປັນຫ່ວງເຈົ້າກັບສາມີ
  2. ພະະຍາຍາມຮັກເພິ່ນຄືກັບແມ່ຂອງເຮົາ: ເຖິງແມ່ນວ່າ ບາງຄັ້ງເຈົ້າກັບແມ່ສາມີອາດຈະມີທັດສະນະຄະຕິທີ່ບໍ່ຄືກັນ, ເຈົ້າກໍຄວນສະແດງໃຫ້ແມ່ສາມີເຫັນວ່າ ເຈົ້ານັ້ນຮັກ ແລະເຄົາລົບເພິ່ນຄືກັບແມ່ແທ້ໆ, ພະຍາຍາມອົດທົນເຮັດທຸກຢ່າງໃຫ້ເພິ່ນເຂົ້າໃຈ ເມື່ອເພິ່ນເຫັນເຮົາຮັກເພິ່ນ ມີມື້ໜຶ່ງເພິ່ນກໍຈະຮັກເຮົາເຊັ່ນກັນ
  3. ສຸພາບ ແລະຢ່າຖຽງເພິ່ນ: ສິ່ງທີ່ຍາກທີ່ສຸດສຳລັບຄົນເຮົາກໍຄື ຫ້າມຖຽງ ຫຼືເວົ້າຫຼາຍ ເຖິງແມ່ນວ່າເພິ່ນຈະເຮັດບໍ່ຖືກກໍຢ່າຖຽງເພິ່ນ ເພາະການຖຽງຈະເຮັດໃຫ້ມີປາກສຽງກັນເກີດຂຶ້ນ ແລະອາດເຮັດໃຫ້ເພິ່ນຊັງເຮົາໄດ້, ເຮົາໄປເປັນໃພ້ເພິ່ນຕ້ອງສຸພາບຮຽບຮ້ອຍ ແລະຮູ້ຈັກກາລະເທສະ
  4. ວັນສຳຄັນກໍໃຫ້ຂອງຂວັນກັບເພິ່ນ: ເຮົາລອງສັງເກດເບິ່ງວ່າ ແມ່ສາມີມັກຫຍັງ, ເມື່ອຮອດມື້ສຳຄັນເຮົາກໍຄວນເອົາໄປຊຸມມາເພິ່ນ ເປັນຕົ້ນແມ່ນ ປີໃໝ່ ເຊິ່ງເພິ່ນຈະຮູ້ສຶກວ່າເຮົາໃສ່ໃຈ, ເຮົາມີຄວາມກະຕັນຍູຮູ້ບຸນຄຸນ, ເປັນຄົນດີຮູ້ຈັກສຳມາຄາລະວະ ຫຼືວ່າເຈົ້າໄປທ່ຽວ, ໄປຕະຫຼາດ ກໍຄວນມີເຂົ້າໜົມ, ໝາກໄມ້ ມາຕ້ອນເພິ່ນ ຈະເຮັດໃຫ້ແມ່ສາມີຮັກຫຼາຍຂຶ້ນ

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...