spot_img
Homeຊີວິດແລະຄວາມຮັກ4 ເຄັດລັບການເບິ່ງແຍງຄວາມຮັກຊີວິດຄູ່ໃຫ້ຢູ່ກັນຍືນຍາວ

4 ເຄັດລັບການເບິ່ງແຍງຄວາມຮັກຊີວິດຄູ່ໃຫ້ຢູ່ກັນຍືນຍາວ

Published on

ການແຕ່ງງານບໍ່ແມ່ນປະຕູສູ່ຄວາມສຸກຊົ່ວນິລັນດອນຄືກັບໃນນະວະນິຍາຍທີ່ເຮົາໄດ້ອ່ານ ຫຼື ໄດ້ເບິ່ງຜ່ານຮູບເງົາ ແຕ່ມັນແມ່ນຈຸດເລີ່ມຕົ້ນຂອງການກ້າວສູ່ບົດບາດໃໝ່ຂອງຊີວິດທ່ານ ເຊິ່ງບໍ່ແມ່ນການໃຊ້ຊີວິດພຽງຄົນດຽວອີກຕໍ່ໄປ ແຕ່ເປັນຊີວິດຄອບຄົວທີ່ມີຄົນຮັກຢູ່ຄຽງຂ້າງ ທ່ານຈິ່ງຕ້ອງເປັນຜູ້ໃຫຍ່ ແລະ ມີຄວາມຮັບຜິດຊອບຂຶ້ນຫຼາຍກວ່າເກົ່າ ສຳລັບໃນຄໍລຳ ຊີວິດ ກັບ ຄວາມຮັກ ວັນນີ້ ເຮົາເລີຍມີເຄັດລັບການເບິ່ງແຍງຄວາມຮັກຊີວິດໃຫ້ຢູ່ກັນຍືນຍາວມາຝາກ ເຊິ່ງຈະມີແນວໃດແນ່ນັ້ນ ເຮົາມາອ່ານນຳກັນເລີຍ

  1. ທ່ອງໃຫ້ຂຶ້ນໃຈວ່າ ການຜິດຖຽງກັນໃນຄອບຄົວຜົວເມຍເປັນເລື່ອງປົກກະຕິທີ່ທຸກຄູ່ຕ້ອງໄດ້ພົບ
  2. ການແຕ່ງງານບໍ່ແມ່ນເລື່ອງຂອງຄົນໆດຽວ ສະນັ້ນຖ້າມີເຫດການໃດເກີດຂຶ້ນກໍ່ຕ້ອງພ້ອມທີ່ຈະຊ່ວຍກັນປະເຊີນໜ້າກັບມັນ ບໍ່ວ່າຈະເປັນເລື່ອງດີ ຫລື ຮ້າຍກໍ່ຕາມ
  3. ຢ່າລືມຄວາມຮູ້ສຶກທີ່ຄົບກັນຕອນໃໝ່ໆ ບໍ່ວ່າເວລາຈະຜ່ານໄປດົນພຽງໃດ ແຕ່ທັງສອງຈົ່ງຢ່າລືມວັນແຫ່ງຄວາມສຸກໃນຕອນທີ່ຄົບກັນໃໝ່ໆ
  4. ໝັ່ນເຕີມຄວາມຫວານ ແລະ ສິ່ງດີໆໃຫ້ກັນຕະຫຼອດເວລາ ຢ່າໃຫ້ຄວາມຈືດຈາງ ເຫີນຫ່າງ ເຂົ້າມາແຊກກາງລະຫວ່າງຫົວໃຈຂອງພວກທ່ານໄດ້

ພຽງເຮັດໄດ້ 4 ຂໍ້ທີ່ກ່າວມາຂ້າງເຖິງນີ້ ຊີວິດຄູ່ກໍ່ຈະມີຄວາມສຸກແລ້ວ ສຸກແບບເຂົ້າໃຈກັນ, ສຸກແບບພໍພຽງ

 
ຕິດຕາມເລື່ອງດີດີເພຈຊີວິດແລະຄວາມຮັກ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...