spot_img
HomeBaby-ແມ່ແລະເດັກ4 ສິ່ງທີ່ບໍ່ຄວນເຮັດໃນການຫຼຸດນ້ຳໜັກຂອງແມ່ຫຼັງເກີດລູກໃໝ່

4 ສິ່ງທີ່ບໍ່ຄວນເຮັດໃນການຫຼຸດນ້ຳໜັກຂອງແມ່ຫຼັງເກີດລູກໃໝ່

Published on

ການດູແລຕົວເອງຫຼັງເກີດລູກໃໝ່ ທ່ານມັກຈະມີຄວາມກັງວົນໃນການຫຼຸດນ້ຳໜັກຫຼັງເກີດລູກໃໝ່ໃຫ້ກັບມາຫຸ່ນດີຄືກັບຕອນເປັນສາວ ໃນຄໍລຳ ແມ່ ແລະ ລູກ ມື້ນີ້ແອັດມິນມີ 4 ສິ່ງທີ່ບໍ່ຄວນເຮັດໃນການຫຼູດນ້ຳໜັກຂອງແມ່ຫຼັງເກີດລູກໃໝ່ ມາແນະນຳໃຫ້ຮູ້ ເຊິ່ງຈະມີຫຍັງແນ່ນັ້ນ ເຮົາມາອ່ານນຳກັນເລີຍ

1.​ ການອົດອາຫານ ວິທີນີ້ອາດເປັນວິທີທີ່ເຮັດໃຫ້ທ່ານຈ່ອຍໄດ້ແທ້ ແຕ່ມັນເປັນອັນຕະລາຍຕໍ່ສຸຂະພາບຂອງທ່ານຫຼາຍ ໂດຍສະເພາະແມ່ທີ່ຕ້ອງໃຫ້ນົມລູກບໍ່ຄວນເຮັດ ແລະ ເມື່ອເລີກອົດອາຫານ ແລ້ວກັບໄປກິນອາຫານຍິ່ງຈະເຮັດໃຫ້ຕຸ້ຍຕື່ມ

2. ທົດລອງສູດຫຼູດນ້ຳໜັກແປກໆຕາມແຟຊັ່ນ ວິທີນ້ຳຈະບໍ່ສາມາດຫຼຸດນ້ຳໜັກໄດ້ແບບຖາວອນ

3. ຊື້ຢາ ຫຼື ເຄື່ອງດື່ມຫຼຸດນ້ຳໜັກມາກິນ ຢາຈຳພວກນີ້ຈະເຮັດໃຫ້ນ້ຳໜັກຫຼຸດລົງໄວແຕ່ເມື່ອເໍຊົາກິນແລ້ວນ້ຳໜັກກໍ່ຈະຂຶ້ນໄວ ແລະ ອາດຈະຕຸ້ຍກວ່າເກົ່າ ແລະ ຮ້າຍແຮງໄປກວ່ານັ້ນອາດເປັນອັນຕະລາຍຕໍ່ສຸຂະພາບຄົນກິນອີກດ້ວຍ

4. ອອກກຳລັງກາຍຫຼາຍເກີນໄປ ເພາະວິທີນີ້ຈະສົ່ງຜົນໃຫ້ຮໍໂມນຄວາມຄຽດສູງຂຶ້ນ ແລະ ເຮັດໃຫ້ຮູ້ສຶກຫິວຫຼາຍຂຶ້ນກວ່າເກົ່າ

ການຫຼຸດນ້ຳໜັກຫຼັງເກີດລູກນັ້ນມັນຕ້ອງໃຊ້ເວລາ ໃຈເຢັນໆຄ່ອຍເປັນຄ່ອຍໄປ ກ່ອນອື່ນຕ້ອງເລີ່ມຈາກປັດປຽນວິໄນການກິນຂອງເຮົາກ່ອນຕ້ອງກິນໃນປະລິມານພໍດີ, ກິນຖືກເວລາ ແລະ ກິນອາຫານທີ່ມີປະໂຫຍດ ສ່ວນການອອກກຳລັງກາຍກໍ່ຄວນເຮັດຢ່າງພໍດີເໝາະສົມກັບສະພາບຮ່າງກາຍຂອງເຮົາ ພັກຜ່ອນໃຫ້ພຽງພໍ ດື່ມນ້ຳໃຫ້ຫຼາຍໆ ເມື່ອເຮົາຕັ້ງໃຈວ່າສິຫຼຸດນ້ຳໜັກໃຫ້ໄດ້ ທຸກຢ່າງມັນກໍ່ບໍ່ໄກເກີນຄວາມພະຍາຍາມແນ່ນອນ

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...