spot_img
Homeຂ່າວພາຍ​ໃນ4 ປະເທດເພີ່ມມາດຕະການລາດຕະເວັນຕາມລໍາແມ່ນໍ້າຂອງ

4 ປະເທດເພີ່ມມາດຕະການລາດຕະເວັນຕາມລໍາແມ່ນໍ້າຂອງ

Published on

ສປປລາວ, ສປຈີນ, ມຽນມາ ​ແລະ ​ໄທ ໄດ້ຮ່ວມ​ກັນເພີ່ມມາດຕະການລາດຕະ​ເວນກວດກາການປະຕິບັດ​ກົດໝາຍ​ຕາມ​ລຳ​ແມ່​ນໍ້າຂອງ​ຄັ້ງທີ 60​ ລະຫວ່າງ 25-29 ກໍລະກົດ 2017 (ແມ່ນໍ້າລ້ານຊ້າງ ສປຈີນ ແລະ ແມ່ນໍ້າຂອງ ສປປລາວ)

(1) ໄດ້​ເລີ່​ມຈາກ​ທ່າ​ກ່ວນ​ເລີ້​ຍ ​ແຂວງ​ຢຸນນານ ສປຈີນ​ຢ່າງ​ເປັນ​ທາງ​ການ ແລະ ປະຕິບັດຕາມຄຳສັ່ງບັນຊາຂອງເຈົ້າໜ້າ​ທີ່​ 04 ປະ​ເທດ​;
(2) ການ​ເຄື່ອນ​ໄຫວ​ເທື່ອ​ນີ້ຈະ​ໃຊ້​ເວລາ 05 ວັນ ​ໂດຍ 04 ປະ​ເທດ​ໄດ້​ສົ່ງ​ເຮືອປະຕິບັດ​ກົດໝາຍ 07 ລຳ ​ແລະ ພະນັກງານ​ປະຕິບັດ​ກົດໝາຍ 200 ກວ່າ​ຄົນ;
(3) ຂະນະ​ທີ່​ຂະ​ບວນ​ເຮືອ​ຈະລາ​ດຕະ​ເວນ​ໃນ​ຮູບ​ການ​ຕ່າງໆເປັນຕົ້ນແມ່ນ: ແບ່ງ​ຍ່ານ​ລາດຕະ​ເວນ​ຮ່ວມ, ​ແບ່ງ​ຈຸລາ​ດຕະ​ເວນ, ​ເດີນ​ເຮືອ​ຍາມ​ກາງຄືນ ​ແລະ​ ອື່ນໆ;
(4) ເພີ່ມຄວາມ​ເຂັ້ມງວດ​ໃນ​ການ​ປະຕິບັດ​ກົດໝາຍ ​ເພື່ອ​ເປັນ​ການນາບ​ຂູ່​ຕໍ່​ການ​ກະທຳ​ຄວາມ​ຜິດ​ຕ່າງໆ​​ຕາມ​ລຳ​ແມ່​ນໍ້າຂອງ.

 

ຮຽບຮຽງຂ່າວໂດຍ: ສຸຣິດົງ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...