ຢ່າງໜ້ອຍແມນຢູກໍ່ຊະນະ

ຫຼຸຍ ຟານ ເກົາ ຜູ້ຄຸມທີມຂອງ ແມນເຊສເຕີ ຢູໄນເຕັດ ຮັບຮູ້ເຖິງອາການຂອງແຟນບານໃນສຽງໂຫ່ ໃນກໍລະນີທີ່ປ່ຽນເອົາ ອອງໂຕນີ ມາກຊິອັລ ກອງໜ້າດາວຮຸ່ງຈາກຝຣັ່ງອອກລະຫວ່າງເກມເຊືອດ ຊີເອສເຄ ມອສໂຄ 1-0 ໃນການແຂ່ງຂັນ ຢູຟາ ແຊ້ມປຽນລີກ ຮອບແບ່ງກຸ່ມ ເມື່ອວັນອັງຄານວັນທີ 3 ພະຈິກ 2015ທີ່ຜ່ານມາ ແຕ່ເຊື່ອວ່າຈາກການທີ່ປ່ຽນເກມເຮັດໃຫ້ສົ່ງຜົນໃຫ້ທີມເກັບ 3 ຄະແນນ

ເຖິງຢ່າງໃດກໍ່ຕາມ ເວນ ຣູນີ ກັບຕັນທີມປິດສາກການລໍຖ້າປະຕູໃນນາທີທີ 79 ໂດຍການໂໝ່ງຜ່ານມື ອິກໍໍ ອະຄິນເຟເຢບ ເຂົ້າໄປຢ່າງສວຍງາມ ຟານ ເກົາ ກ່າວວ່າ: “ແນ່ນອນ ຂ້ອຍໄດ້ຍິນສຽງ ຂ້ອຍບໍ່ໄດ້ຫູອຶງ ນັ້ນເປັນຄວາມເຫັນຂອງແຟນໆແຕ່ທ້າຍທີ່ສຸດພວກເຂົາກໍ່ບໍ່ຜິດຫວັງກັບການແກ້ເກມຂອງຂ້ອຍ”

ທາງດ້ານຂອງ ຣູນີ ອາຍຸ 30 ປີ ອອກອາການປື້ມສຸດໆ ມີສະຖິຕິດາວຍິງສູງສຸດອັນດັບ 2 ຕະຫຼອດການຂອງສະໂມສອນຍິງ 237 ປະຕູ ເທົ່າກັບ ເດນນິສ ລໍ ຮອງຈາກ ເຊີ ບ໊ອບບີ້ ຊາລຕັນ ທີ່ເຄີຍຍິງໄວ້ 249 ປະຕູ “ເດນນິສ ລໍ ເປັນຕໍານານຂອງສະໂມສອນການທີ່ຍິງໃກ້ສະຖິຕິຂອງລາວນັບຖືເປັນກຽດອັນຍີ່ງໃຫຍ່ຂອງຂ້ອຍ”

Manchester United v CSKA Moscow - UEFA Champions League Group Stage - Group B