spot_img
HomeຊີວິດແລະຄວາມຮັກWedding-Sex-love3 ສິ່ງທີ່ຜູ້ຊາຍບໍ່ຄວນເວົ້າກັບແມ່ຍິງຫຼັງຈາກມີເຊັກສ໌ແລ້ວ

3 ສິ່ງທີ່ຜູ້ຊາຍບໍ່ຄວນເວົ້າກັບແມ່ຍິງຫຼັງຈາກມີເຊັກສ໌ແລ້ວ

Published on

ເລື່ອງເຊັກສ໌ ກັບ ຄວາມຮັກ ພວກເຮົາບໍ່ໄດ້ອັບເດດໃຫ້ແຟນເພສໄດ້ອ່ານກັນດົນແລ້ວ ມື້ນີ້ເລີຍຂໍຍົກມາຂຽນໃຫ້ອ່ານໃຫ້ຫົວໃຈຊຸ່ມຊື່ນກັນອີກຄັ້ງ ໂດຍສະເພາະໜຸ່ມໆ ແຕ່ຂໍບອກເລີຍວ່າ ຫົວຂໍ້ນີ້ເໝາະກັບຄົນທີ່ອາຍຸ 18+ ເທົ່ານັ້ນ ສ່ວນຕ່ຳກ່ວາ 18+ ຂໍແນະນຳບໍ່ຄວນອ່ານ

ຜູ້ຊາຍບາງຄົນຫຼັງຈາກມີຄວາມສຳພັນເລື່ອງເທິງຕຽງກັບສາວຄູ່ນອນແລ້ວ ອາດມີການລົມເລື່ອງນັ້ນນີ້ ຫຼື ມີການບອກຄວາມຮູ້ສຶກຂອງຕົນ, ຖາມຄວາມຮູ້ສຶກຂອງສາວເຈົ້າ ເພື່ອໃຫ້ເຂົາຮູ້ສຶກດີ ນັ້ນກໍ່ເປັນສິ່ງທີ່ຄິດວ່າດີຢູ່ທີ່ທ່ານຈະເວົ້າ ແຕ່ຫ້າມເດັດຂາດ ຫ້າມລົງບອກໄປເວົ້າໃນ 3 ຫົວຂໍ້ນີ້ ເພາະນອກຈາກຈະບໍ່ຊ່ວຍໃຫ້ສາວຄົນງາມຮູ້ສຶກດີແລ້ວ ແຖມຍັງຈະອາລົມເສຍໃສ່ທ່ານອີກດ້ວຍ

1. “ນີ້ເປັນເຊັກສ໌ທີ່ດີທີ່ສຸດທີ່ຂ້ອຍເຄີຍມີ”
ການເວົ້າແບບນີ້ເປັນການບົ່ງບອກວ່າທ່ານເຄີຍມີເຊັກສ໌ກັບຜູ້ຍິງມາແລ້ວຫຼາຍຄົນ ເຊິ່ງແນ່ນອນວ່າບໍ່ຄວນເວົ້າເດັດຂາດ ເພາະອາດເຮັດໃຫ້ນາງຄຽດໃຫ້ທ່ານໄດ້ ທາງທີ່ດີທ່ານຄວນຊື່ນຊົມຍິງສາວທີ່ທ່ານກຳລັງນອນນຳກ່ຽວກັບຈຸດພິເສດໃນເວລາທີ່ມີເຊັກສ໌ກັບນາງຈະດີກ່ວາ

2. “ເຮົາເຮັດກັນດົນຫຼາຍ ເຈົ້າໂອເຄ ຫຼື ບໍ່?”
ແມ່ຍິງຈະອ່ອນແຮງຫຼັງຈາກມີຫຍັງກັບຜູ້ຊາຍແລ້ວ ດັ່ງນັ້ນທ່ານຫ້າມວິຈານກ່ຽວກັບຄວາມສາມາດໃນການມີເຊັກສ໌ຂອງນາງເດັດຂາດ ທ່ານຄວນບອກກັບນາງໄປວ່າບໍ່ມີໃຜດີກ່ວານາງອີກແລ້ວ

3. ເຈົ້າ “ຟິນ” ຈັກຮອບແລ້ວ
ການຖາມຄຳຖາມແບບນີ້ກັບສາວເຈົ້າເໝືອນທ່ານຕ້ອງການຄຳຊື່ນຊົມຄວາມສາມາດໃນການມີເຊັກສ໌ຂອງທ່ານກັບນາງ ຖ້າທ່ານຢາກຮູ້ແທ້ໆໃຫ້ຖາມວ່າ “ບອກຂ້ອຍໄດ້ບໍ່ວ່າສິ່ງໃດທີ່ເຈົ້າມັກ ແລະ ສິ່ງໃດທີ່ເຈົ້າບໍ່ມັກໃນເວລາມີເຊັກສ໌ກັບຂ້ອຍ” ທ່ານຈະົໄດ້ຮູ້ຄຳຕອບທີ່ແທ້ຈິງຈາກນາງແນ່ນອນ.

ພຽງທ່ານຢ່າຫລົງໄປຖາມ 3 ຄຳຖາມນີ້ເທົ່ານັ້ນ ຊີວິດຮັກເທິງຕຽງຂອງທ່ານກໍ່ຈະມີຣົດຊາດດີແນ່ນອນ
ຕິດຕາມເລື່ອງດີດີເພຈຊີວິດແລະຄວາມຮັກ ກົດໄລຄ໌ເລີຍ!

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...