spot_img
Homeຂ່າວທ້ອງຖິ່ນ3 ພຶດສະພານີ້ ລັດຖະບານເຫັນດີອະນຸຍາດໃຫ້ສຳນັກງານ ແລະ ສັນຈອນໄປມາພາຍໃນແຂວງໄດ້

3 ພຶດສະພານີ້ ລັດຖະບານເຫັນດີອະນຸຍາດໃຫ້ສຳນັກງານ ແລະ ສັນຈອນໄປມາພາຍໃນແຂວງໄດ້

Published on

ໃນວັນທີ 28 ເມສາ 2020 ທີ່ສໍານັກງານນາຍົກລັດຖະມົນຕີ ໄດ້ຈັດກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີ ເພື່ອປຶກສາຫາລືກ່ຽວກັບວຽກງານສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການແຜ່ລະ ບາດຂອງໂຄວິດ-19 ແລະ ການແກ້ໄຂຜົນກະທົບທາງດ້ານເສດຖະກິດຈາກການລະບາດຂອງພະຍາດໂຄວິດ-19 ໂດຍການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ, ບັນດາທ່ານ ລັດຖະມົນຕີ ກະຊວງກ່ຽວຂ້ອງ, ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງ ພະຍາດໂຄວິດ-19 ແລະ ຄະນະສະເພາະກິດດ້ານເສດຖະກິດ ເພື່ອແກ້ໄຂຜົນກະທົບຈາກການແຜ່ລະບາດຂອງພະຍາດດັ່ງກ່າວເຂົ້າຮ່ວມ.

ກອງປະຊຸມ ໄດ້ພິຈາລະນາບົດລາຍງານກ່ຽວກັບສະພາບການປ້ອງກັນ, ຄວບຄຸມ ແລະ ມາດຕະການຮັບມືການລະບາດຂອງພະຍາດໂຄວິດ-19, ທິດທາງໃນຕໍ່ໜ້າ, ການປະເມີນຄວາມສ່ຽງແຕ່ລະແຂວງ, ແຜນການຜ່ອນຜັນບາງມາດຕະການ ແລະ ການສືບຕໍ່ປະຕິບັດບາງມາດຕະການ ພາຍຫຼັງວັນທີ 3 ພຶດສະພາ 2020 ໂດຍຈະຈັດຕັ້ງປະຕິບັດເປັນແຕ່ລະໄລຍະ ເປັນຕົ້ນການອະນຸຍາດໃຫ້ສໍານັກງານ, ອົງການ, ບັນດາບໍລິສັດ ເປີດດໍາເນີນການ; ການອະນຸຍາດໃຫ້ປະຊາຊົນ, ພະນັກງານ-ລັດຖະກອນ, ທະຫານຕໍາຫຼວດ ສາມາດອອກຈາກເຮືອນ ແລະ ເດີນທາງພາຍໃນແຂວງ ໂດຍຮັບປະກັນມາດຕະການປ້ອງກັນການຕິດເຊື້ອ; ການຈັດຝຶກອົບຮົມ, ການປະຊຸມທາງການ, ກິດ ຈະກຳທາງສາສະໜາ ແລະ ກິດຈະກຳອື່ນໆ; ການອະນຸຍາດໃຫ້ເປີດດໍາເນີນກິດຈະການຂອງບັນດາບໍລິສັດ, ໂຮງງານ ແລະ ໂຄງການໃຫຍ່ ທີ່ປະຕິບັດຖືກຕ້ອງສອດຄ່ອງຕາມເງື່ອນໄຂ ແລະ ມາດຕະການປ້ອງກັນ ຕາມຂໍ້ແນະນໍາຂອງ ຄະນະສະເພາະກິດ ເລກທີ 031/ສພກ, ການສືບຕໍ່ປິດບາງກິດຈະການ, ການເປີດໂຮງ ຮຽນ, ການປິດດ່ານຊາຍແດນ ແລະ ອື່ນໆ.

 

ຮຽບຮຽງຂ່າວ:​ພຸດສະດີ

ແຫຼ່ງຂໍ້ມູນ: ກົມປະຊາສຳພັນ ສຳນັກງານນາຍົກ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...