spot_img
Homeຂ່າວພາຍ​ໃນ3 ຄົນລັກລອບເຂົ້າລາວ ແລະ ແຜ່ເຊື້ອໂຄວິດຈະຖືກດຳເນີນຄະດີຢ່າງເດັດຂາດພາຍຫຼັງປິ່ນປົວດີ​ແລ້ວ

3 ຄົນລັກລອບເຂົ້າລາວ ແລະ ແຜ່ເຊື້ອໂຄວິດຈະຖືກດຳເນີນຄະດີຢ່າງເດັດຂາດພາຍຫຼັງປິ່ນປົວດີ​ແລ້ວ

Published on

ອີງຕາມຂ່າວຈັງຫວັດໜອງຄາຍໃຫ້ຮູ້ວ່າ: ວັນທີ​ 23​ ເມສາ​2021​ນີ້​ ເຈົ້າໜ້າທີ່ໄດ້ເລັ່ງສືບສວນສອບສວນທ້າວທະນະກິດ,​ ທ້າວ​ຊິດຕະພົນ ແລະ ສາວລາວຜູ້ໜຶ່ງທີ່ລັກລອບຂ້າມຊາຍແດນໄທມາລາວແຜ່ເຊື້ອໂຄວິດ-19​ ພາຍຫຼັງກວດພົບເຊື້ອຢູ່ໜອງຄາຍ​ ແລະປິດບັງຂໍ້ມູນການເຄື່ອນໄຫວ.

ພົນໂທ ພີຣະພັດ ປຣົມພຸດທິ ຮອງຜູ້ບັງຄັບບັນຊາ ຕຳຫຼວດໜອງຄາຍໃຫ້ຮູ້ວ່າ: ພາຍຫຼັງຄະນະສະເພາະກິດຂອງລາວຖະແຫຼງການຕິດເຊື້ອໂຄວິດ ກໍລະນີ​ 59​ ແລະ ມີການກ່ຽວພັນກັບ​ 3 ຄົນທີ່ຕິດເຊື້ອຢູ່ໜອງຄາຍທີ່ລັກລອບຂ້າມຝັ່ງ​ ຈຶ່ງໄດ້ມີການກວດສອບ ແລະ ເຫັນວ່າເປັນຄວາມຈິງແທ້.

ໃນເບື້ອງຕົ້ນເຈົ້າໜ້າໄທທີ່ໄດ້ຮັບຄຳຮ້ອງທຸກຈາກພາກສ່ວນກ່ຽວຂ້ອງ ແລະ ຈະມີການດຳເນີນຄະດີຕາມກົດໝາຍພາຍຫຼັງປິ່ນປົວດີໃນຂໍ້ຫາລັກລອບຂ້າມຝັ່ງຊາຍແດນຜິດກົດໝາຍ,​ ຈົງໃຈປິດບັງຂໍ້ມູນການເຄື່ອນໄຫວພາຍຫຼັງພົບເຊື້ອໂຄວິດ,​ ຊ່ວຍເຫຼືອ​ປິດບັງການລັກລອບຂ້າມຝັ່ງຂອງຄົນຕ່າງດ້າວ​ ສ່ວນຍິງສາວຊາວລາວຈະຖືກດຳເນີນຄະດີຂໍ້ຫາລັກລອບຂ້າມຊາຍແດນໂດຍບໍ່ຮັບອະນຸຍາດ ເຊິ່ງທັງໝົດນີ້ຈະດຳເນີນຢ່າງເດັດຂາດພາຍຫຼັງປິ່ນປົວດີ​ແລ້ວ.

ຮຽບຮຽງຂ່າວ:​ ພຸດສະດີ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...