Homeຂ່າວທ້ອງຖິ່ນ3 ແຂວງເກີດນໍ້າຖ້ວມ! ຫຼັງຝົນຕົກຕິດຕໍ່ກັນຫຼາຍມື້ "ບໍລິຄຳໄຊ" ແຈ້ງການໃຫ້ປະຊາຊົນກຽມຮັບມື

3 ແຂວງເກີດນໍ້າຖ້ວມ! ຫຼັງຝົນຕົກຕິດຕໍ່ກັນຫຼາຍມື້ “ບໍລິຄຳໄຊ” ແຈ້ງການໃຫ້ປະຊາຊົນກຽມຮັບມື

Published on

ຈາກ​ສະ­ພາບ​ຝົນ­ຕົກ​ຕິດ­ຕໍ່​ກັນ​ຫຼາຍ​ວັນ ຍ້ອນ​ພາ­ຍຸ​ພັດ​ຜ່ານ ເຮັດ​ໃຫ້​ຫຼາຍ​ປະ­ເທດ​ຖືກ​ນ້ຳ​ຖ້ວມ ສະເພາະ ສປປ ລາວ ກໍ​ມີ​ສະ­ພາບ​ນ້ຳ​ຖ້ວມ​ຢູ່​ບາງ​ທ້ອງ­ຖິ່ນ ເປັນ­ຕົ້ນ​ຢູ່​ແຂວງ​ໄຊ​ຍະ​ບູ​ລີ, ວັງວຽງ ແລະ ແຂວງບໍລິຄຳໄຊ.

ຕາມການລາຍງານຂ່າວ ມາຮອດຕອນເຊົ້າຂອງວັນທີ 5 ສິງຫາ 2020 ນໍ້າແມ່ນໄດ້ໄຫຼເຂົ້າຖ້ວມເຮືອນຊານພໍ່ແມ່ປະຊາຊົນທີ່ຢູ່ແຄມນໍ້າຊອງ ວັງວຽງ. ບັນດາຮ້ານອາຫານ, ເຮືອນພັກ ແລະ ໂຮງແຮມແລະ ເຮືອນຊານໄດ້ລຽບຕາມແຄມສາຍນໍ້າຊອງປັດຈຸບັນແມ່ນຖືກນໍ້າຖ້ວມເສຍຫາຍໝົດ ນອກນີ້ນໍ້າຍັງໄຫຼເຂົ້າມາເບື້ອງເທດສະບານເມືອງເຮັດໃຫ້ຊັບສິນ, ເຮືອນຊານປະຊາຊົນເສຍຫາຍອີກຈຳນວນຫຼາຍ. ຢູ່ເຂດບ້ານກ້າງປາ ເມືອງແມດ ແຂວງວຽງຈັນ ເກີດມີດີນເສາະເຈືອນ ເຮັດໃຫ້ລະບົບຕາຂ່າຍໄຟຟ້າ 22 ກິໂລໂວນ ແລະ ອຸປະກອນໄຟຟ້າເປ່ເພ ເຮັດໃຫ້ເສົາໄຟຟ້າ ຫັກລົ້ມລົງ ຈຳນວນ 3 ຕົ້ນ. ປັດຈຸບັນ ທາງສູນ ບໍລິການໄຟຟ້າ ເມືອງແມດ ທີ່ຂື້ນກັບລັດວິສາຫະກິດໄຟຟ້າລາວ ສາຂາແຂວງວຽງຈັນ ແມ່ນພວມເລັ່ງສ້ອມແປງ ເພື່ອປະຊາຊົນໄດ້ນໍາໃຊ້ໄຟຟ້າໂດຍໄວ.

ເມືອງ​ບໍ​ລິ​ຄັນ ແຂວງ​ບໍ​ລິ​ຄຳ​ໄຊ ເມື່ອ​ວັນ​ທີ 5 ສິງ­ຫາ 2020 ນ້ຳ​ໄດ້​ໄຫຼ​ເຂົ້າ​ເທດ­ສະ­ບານ​ເມືອງ​ດັ່ງກ່າວ​ບາງ​ຈຸດ ເປັນ­ຕົ້ນ​ເຂດ​ບ້ານ​ນາ​ແຫນ, ສີ​ສະ­ຫວາດ, ຫາດ​ດອນ​ຄູນ ແລະ ຈຸດອື່ນໆ​ທີ່​ຕ່ຳ ຈຶ່ງ​ຮຽກ­ຮ້ອງ​ທຸກ​ຄົນ​ມີ​ສະ­ຕິ​ກຽມ​ຍົກ­ຍ້າຍ​ເຄື່ອງ​ຂອງ ແລະ ສັດ­ລ້ຽງ​ອອກ​ຈາກ​ຈຸດ​ທີ່​ມີ​ຄວາມ​ສ່ຽງ.

ເພື່ອ​ກຽມ­ພ້ອມ​ຕອບ​ໂຕ້ ແລະ ຮັບ​ມື​ກັບ​ໄພ­ພິ­ບັດ​ນ້ຳ​ຖ້ວມ​ທີ່​ອາດ​ຈະ​ເກີດ​ຂຶ້ນ​ໃນ­ຕໍ່­ໜ້າ ວັນ​ທີ 4 ສິງ­ຫາ 2020 ຫ້ອງ​ວ່າ­ການ​ປົກ­ຄອງ​ເມືອງ​ບໍ​ລິ​ຄັນ ໄດ້​ອອກ​ແຈ້ງ​ການ​ເຖິງ​ຫົວ­ໜ້າ​ຫ້ອງ­ການ ອົງ­ການ​ທຽບ​ເທົ່າ ກອງ​ບັນ­ຊາ​ການ ປກຊ ກອງ​ບັນ­ຊາ​ການ ປກສ ເມືອງ ນາຍບ້ານ ປະ­ຊາ­ຊົນ ແລະ ທຸກ​ພາກ­ສ່ວນ ຊາບ​ວ່າ: ວັນ​ທີ 3-10 ສິງ­ຫາ 2020 ຈະ​ເກີດ​ມີ​ຝົນ­ຕົກ​ເປັນ​ບໍ­ລິ­ເວນ​ກວ້າງ ພ້ອມ​ມີ​ລົມ​ພັດ​ແຮງ​ທົ່ວ​ແຂວງ ໂດຍ​ສະ­ເພາະ​ທົ່ວ​ເມືອງ​ບໍ​ລິ​ຄັນ ຈາກ​ການ​ລົງ​ກວດ­ກາ​ຕິດ­ຕາມ​ສະ­ພາບ​ນ້ຳ​ສາຍ​ຕ່າງໆ​ແມ່ນ​ເພີ່ມ​ຂຶ້ນ​ຫຼາຍ ແລະ ອາດ​ຈະ​ເພີ່ມ​ຂຶ້ນ​ຕື່ມ​ອີກ ຈຶ່ງ​ເຕືອນ​ໃຫ້​ທຸກ​ພາກ­ສ່ວນ​ມີ​ສະ­ຕິ​ລະ­ວັງ​ຕົວ​ຕໍ່​ພາ­ຍຸ​ລົມ​ແຮງ ຝົນ­ຕົກ​ໜັກ ນ້ຳ​ຖ້ວມ​ຂັງ ນ້ຳ​ເຊາະ​ດິນ​ເຈື່ອນ ແລະ ການ​ແຜນ​ລະ­ບາດ​ຂອງ​ພະ­ຍາດ​ຕ່າງໆ ເພື່ອ​ຮັບ​ມື​ໃຫ້​ໄດ້​ຢ່າງ​ທັນ​ການ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...