ປກສ ເມືອງປາກລາຍ ແຂວງໄຊຍະບູລີ ມ້າງລາຍຄະດີ ຜູ້ຊື້ຂາຍ – ເສບ ຢາເສບຕິດ

0
513

ໂດຍປະຕິບັດຕາມວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ,ໃນວັນທີ່05 ກັນຍາ 2023 ທີ່ຜ່ານມາ ເຈົ້າ
ໜ້າທີ່ ວິຊາສະເພາະ ໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ກອງບັນຊາການ ປກສ ເມືອງປາກລາຍ ຈຶ່ງໄດ້ວາງແຜນກວດຄົ້ນເຄຫະສະຖານເຮືອນເປົ້າໝາຍສົງໄສຜູ້ຊື້ຂາຍຢາເສບຕິດ ປະເພດ(ຢາບ້າ) ເຂດ ບ້ານ ບົວບານ ເມືອງປາກລາຍ ແຂວງໄຊຍະບູລີ ພໍຮອດເວລາ ປະມານ 16 ໂມງ 00 ນາທີ ເຈົ້າໜ້າທີ່ວິຊາສະເພາະຈຶ່ງຂໍຄຳສັ່ງກວດຄົ້ນເຮືອນເປົ້າໝາຍສົງໄສດັ່ງກ່າວ ພົບຂອງກາງ ປະເພດຢາບ້າ ທີ່ຊຸກເຊື່ອງໄວ້ໃນໃນເຮືອນ ຂອງຜ้ູກ່ຽວຈຳນວນ 9.191 ເມັດ, ຫົວລູກປືນຄົກ 82 ຈຳນວນ 02 ລູກ, ໂທລະສັບຈຳນວນ 01 ໜ່ວຍ,ພ້ອມຄຸມຕົວເປົ້າໝາຍຈຳນວນ 01 ຄົນຊື່ ທ້າວ ຈຸລະພອນ ສີສູນທອນ ອາຍຸ 29 ປີ ອາຊີບປະຊາຊົນ ຢູ່ບ້ານ ບົວບານ ເມືອງປາກລາຍ ແຂວງໄຊຍະບູລີ ມາດຳເນີນ ການສືບສວນ-ສອບສວນ.

ຜ່ານການ ສືບສວນ -ສອບສວນ ຂອງເຈົ້າໜ້າທີ່ ວິຊາສະເພາະ ໜ່ວຍງານ ສະກັ້ນກັ້ນ ແລະ ຕ້ານຢາ ເສບຕິດ ກອງ
ບັນຊາການ ປກສ ເມືອງປາກລາຍ ຜູ່ຖືກຫາຊື່ ທ້າວ ຈຸລະພອນ ສີສູນທອນ ໄດ້ໃຫ້ການ ແລະ ຮັບສາລະພາບ ຕໍ່ເຈົ້າໜ້າທີ່ ວ່າ:ຢາບ້າຈຳນວນ ຈຳນວນ 9.191 ເມັດ,ແລະ ຫົວລູກປືນຄົກ 82 ຈຳນວນ 02 ລູກແມ່ນເປັນຂອງຕົນເອງແທ້,ໃນເບື້ອງຕົ້ນ ຜ้ູກ່ຽວແມ່ນໄດ້ເລີ່ມ ພົວພັນເສບຢາເສບຕິດ ປະເພດ(ຢາບ້າ)ມາແຕ່ ປີ 2022 ເປັນຕົ້ນມາ

ປະຈຸບັນຄະດີດັ່ງກ່າວ ທາງເຈົ້າໜ້າທີ່ໜ່ວຍງານ ສະກັດກັ້ນ ແລະ ຕ້ານຢາເສບຕິດ ກອງບັນຊາການ ປກສ ເມືອງປາກ
ລາຍ ແມ່ນສະຫຼຸບສຳນວນຄະດີ ແລະ ສົ່ງຟ້ອງໃຫ້ໜ່ວຍງານຄະດີ ສະກັດກັ້ນ ແລະ ຕ້ານຢາເສບຕິດ ກອງບັນຊາການ ປກສ ແຂວງໄຊຍະບູລີ ດຳເນີນຄະດີ ຕາມລະບຽບກົດໝາຍ.