ດາວເຄາະ “16 Psyche” ທີ່ເຕັມໄປດ້ວຍແຮ່ທາດລວມມູນຄ່າ 10.000.000.000.000 ລ້ານໂດລາ

0
647

NASA ກຳນົດເວລາແຜນປະຕິບັດໃນການສົ່ງຍານໄປດາວເຄາະ “16 Psyche” ທີ່ເຕັມໄປດ້ວຍແຮ່ທາດມີຄ່າຕ່າງໆ.

ໃນຊ່ວງຕົ້ນປີທີ່ຜ່ານມາ ສະຖານີອະວາກາດກ່າວວ່າ ໄດ້ວາງແຜນທີ່ຈະເດີນທາງໄປຫາດາວເຄາະນ້ອຍ “16 Psyche” ທີ່ຢູ່ໄກອອກໄປ ເຊິ່ງວ່າມັນເຕັມໄປດ້ວຍເຫຼັກ ນິກເກິນ ແລະ ທອງຄຳ ລວມມູນຄ່າສູງເຖິງ 10.000.000.000.000 ລ້ານໂດລາສະຫະລັດ.

ໃນເດືອນກໍລະກົດ ທາງ NASA ຖະແຫຼງວ່າ ມີເວລາໜ້ອຍກວ່າ 100 ມື້ ກ່ອນທີ່ຈະເປີດແຜນ ໂດຍມີຊ່າງເຕັມນິກເຮັດວຽກເກືອບຕະຫຼອດເວລາເພື່ອໃຫ້ໝັ້ນໃຈວ່າຍານອະວາກາດ SpaceX Falcon Heavy ຈາກ Space Launch Complex 39A ພ້ອມທີ່ຈະເດີນທາງໄປຫາດາວເຄາະນ້ອຍທີ່ອຸດົມໄປດ້ວຍແຮ່ເຫຼັກ.

ຍານອະວາກາດລຳນີ້ ມີແຜນຈະເດີນທາງຜ່ານອະວາກາດ ໄລຍະ 2,2 ພັນລ້ານໄມລ໌ ຫຼື 3,5 ພັນລ້ານກິໂລແມັດ ແລະ ຄາດວ່າຈະໄປເຖິງດາວເຄາະນ້ອຍ “16 Psyche” ໃນເດືອນສິງຫາ ປີ 2029.

ແຫຼ່ງຂ່າວ unilad