Homeຂ່າວພາຍ​ໃນຈັບແກ້ງຕົ້ມຕຸ໋ນ 6 ຄົນທີ່ເຄື່ອນໄຫວແລກປ່ຽນເງິນຕາ

ຈັບແກ້ງຕົ້ມຕຸ໋ນ 6 ຄົນທີ່ເຄື່ອນໄຫວແລກປ່ຽນເງິນຕາ

Published on

ປະຊາຊົນຖືກແກ້ງຕົ້ມຕຸ໋ນສໍ້ໂກງຊັບໄປໄດ້ 1 ຕື້ກີບ ທີ່ເຄື່ອນໄຫວແລກປ່ຽນເງິນຕາ.

ໃນວັນທີ 23 ຕຸລາ 2023 ເຈົ້າໜ້າທີ່ ປກສ ເມືອງຄຳ ແຂວງຊຽງຂວາງ ຈັບແກ້ງຕົ້ມຕຸ໋ນ 6 ຄົນ ປະກອບມີຊາຍສັນຊາດຈີນ 2 ຄົນ ພ້ອມກັບຄົນລາວອີກ 4 ຄົນ ຢູ່ເມືອງຍອດອູ ຜົ້ງສາລີ ທີ່ເຄື່ອນໄຫວກໍ່ເຫດຕົ້ມຕຸ໋ນຄົນລາວ ດ້ວຍການຊື້ຂາຍ ແລກປ່ຽນເງິນຕາ ເຮັດໃຫ້ເກີດຄວາມເສຍຫາຍ 1 ຕື້ກວ່າກີບ.

ຜ່ານການສືບສວຍສອບສວນ ພວກກ່ຽວໄດ້ຮັບການສາລະພາບວ່າ ພວກກ່ຽວໄດ້ສໍ້ໂກງແທ້ ໂດຍໃຊ້ກົນອຸບາຍວ່າເປັນພໍ່ຄ້າຊື້ ງົວ-ຄວາຍ ແລະ ເກັບຊື້ຊາ ນຳປະຊາຊົນ ພ້ອມທັງແລກປ່ຽນເງິນຢວນເປັນເງິນກີບ ໂດຍມີອັດຕາແລກປ່ຽນ 1 ຢວນ=2.900 ກີບ, ພາຍຫຼັງໄດ້ຕົກລົງແລກປ່ຽນເງິນສຳເລັດແລ້ວ ກໍໄດ້ໂອນເງິນເຂົ້າບັນຊີທັງສອງຝ່າຍເປັນປົກກະຕິ.

ແຕ່ເມື່ອຜູ້ເສຍຫາຍຈະໄປຖອນເງິນ ບັນຊີກໍຖືກປິດລະງັບການນຳໃຊ້ ຈາກການສືບສວນໄດ້ຮູ້ວ່າ ມີຜູ້ເສຍຫາຍທັງໝົດ ຈຳນວນ 4 ຄົນ ມູນຄ່າເສຍຫາຍຈຳນວນ 1 ຕື້ກວ່າກີບ.

ດັ່ງນັ້ນ ຂໍໃຫ້ປະຊາຊົນທຸກຄົນ ຈົ່ງມີສະຕິໃນການແລກປ່ຽນຊື້-ຂາຍເງິນຕາ ເພາະມັນບໍ່ພຽງແຕ່ຜິດກົດໝາຍ ມັນຍັງມີຄວາສ່ຽງຫຼາຍທີ່ຈະຖືກສໍ້ໂກງອີກດ້ວຍ.

ທີ່ມາ: ປກສ ແຂວງຊຽງຂວາງ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...