spot_img
Homeຂ່າວທ້ອງຖິ່ນພ້ອມໃຫ້ບໍລິການ ແລະແຈ້ງລາຄາຄົບທຸກສາຍ!

ພ້ອມໃຫ້ບໍລິການ ແລະແຈ້ງລາຄາຄົບທຸກສາຍ!

Published on

ສະຖານີຂົນສົ່ງໂດຍສານທາງໄກສາຍໃຕ້-ສາຍຕ່າງປະເທດ ນະຄອນຫຼວງວຽງຈັນ ມີຄວາມພ້ອມຮອບດ້ານບໍ່ວ່າຈະເປັນການສະໜອງລົດໂດຍສານ, ດ້ານເຕັກນິກ, ຄວາມປອດໄພ, ສະຖານທີ່ຮອງຮັບຜູ້ໂດຍສານ ແລະ ອື່ນໆ ເພື່ອຮອງຮັບຜູ້ໂດຍສານທີ່ຈະເຂົ້າມາໃຊ້ບໍລິການ ໃນໄລຍະສະເຫລີມສະຫລອງ ສົ່ງທ້າຍປີເກົ່າ ພສ 2565 ແລະ ຕ້ອນຮັບປີໃໝ່ ພສ 2566 ໃຫ້ໄດ້ກັບຄືນຖິ່ນຖານ, ບ້ານເກີດ ດ້ວຍຄວາມສະຫວັດດີພາບ.

ທ່ານ ສຸກສະຫວາດ ສີສຸກ ຜູ້ຈັດການທົ່ວໄປ ສະຖານີຂົນສົ່ງໂດຍສານທາງໄກສາຍໃຕ້-ສາຍຕ່າງປະເທດ ນະຄອນຫລວງວຽງຈັນ ໃຫ້ສຳພາດຕໍ່ສື່ມວນຊົນ ໃນວັນທີ 11 ເມສາ 2023 ນີ້ວ່າ: ສະຖານີຂົນສົ່ງໂດຍສານທາງໄກສາຍໃຕ້-ສາຍຕ່າງປະເທດ ມີຄວາມພ້ອມຮອບດ້ານ ທີ່ຈະຂົນສົ່ງຜູ້ ໂດຍສານ ຈາກນະຄອນຫລວງວຽງຈັນ ໄປຍັງບັນດາແຂວງພາກໃຕ້ ຂອງ ສປປ ລາວ ໃນໄລຍະສະຫລອງປີໃໝ່ລາວ ໂດຍຈະເພີ່ມຖ້ຽວລົດຈາກມື້ປົກກະຕິ 60 ກວ່າຖ້ຽວຕໍ່ວັນ, ເປັນ 80 ຖ້ຽວຕໍ່ວັນ. ສຳລັບ ດ້ານຄວາມປອດໄພ ໃນການເດີນທາງຂອງຜູ້ໂດຍສານ, ສະຖານີຂົນສົ່ງໂດຍສານທາງໄກສາຍໃຕ້-ສາຍຕ່າງປະເທດ ໄດ້ຮ່ວມກັບພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫລວງວຽງຈັນ ຈັດຄະນະກວດກາເຕັກນິກລົດໂດຍສານທຸກຄັນ ກ່ອນຈະອອກລົດ, ຖ້າຄັນໃດບໍ່ຜ່ານເຕັກນິກ ແມ່ນຈະບໍ່ໃຫ້ແລ່ນໂດຍສານຢ່າງເດັດຂາດ.

ສຳລັບລາຄາແມ່ນປະຕິບັນຕາມກະຊວງໂຍທາທິການ ແລະ ຂົນສົ່ງ ວາງອອກ, ຈະບໍ່ມີການຂຶ້ນລາຄາໂດຍສານແຕ່ຢ່າງໃດ ເປັນຕົ້ນ

ລາຄາລົດທຳມະດາ ວຽງຈັນ-ປາກຊັນ 80 ພັນກີບ, ວຽງຈັນ-ຫລັກ 20 ລາຄາ 150.000 ກີບ, ວຽງຈັນ-ເຊໂປນ 240.000 ກີບ (ລົດດ່ວນ 1 ລາຄາ 300.000 ກີບ, ລົດດ່ວນ 2 ລາຄາ 280.000 ກີບ), ວຽງຈັນ-ເມືອງໄຊຈຳພອນ 210.000 ກີບ, ວຽງຈັນ-ນ້ຳທອນ 95 ພັນກີບ, ວຽງຈັນ-ວຽງທອງ 160.000 ກີບ, ວຽງຈັນ-ກອງລໍ 140.000 ກີບ, ວຽງຈັນ-ທ່າແຂກ 120.000 ກີບ (ລົດດ່ວນ 1 ລາຄາ 150.000 ກີບ, ລົດດ່ວນ 2 ລາຄາ 130.000 ກີບ), ວຽງຈັນ-ນາກາຍ 150.000 ກີບ, ວຽງຈັນ-ສະຫວັນ 170.000 ກີບ (ລົດດ່ວນ 1 ລາຄາ 220.000 ກີບ, ລົດດ່ວນ 2 ລາຄາ 200.000 ກີບ), ວຽງຈັນ-ປາກເຊ 240.000 ກີບ(ລົດດ່ວນ1 ລາຄາ 290.000 ກີບ, ລົດດ່ວນ 2 ລາຄາ 280.000 ກີບ), ວຽງຈັນ-ສາລະວັນ 230.000 ກີບ(ລົດດ່ວນ1 ລາຄາ 300.000 ກີບ, ລົດດ່ວນ 2 ລາຄາ 280.000 ກີບ), ວຽງຈັນ-ເຊກອງ 260.000 ກີບ(ລົດດ່ວນ 1 ລາຄາ 320.000 ກີບ, ລົດດ່ວນ 2 ລາຄາ 300.000 ກີບ), ວຽງຈັນ-ອັດຕະປື 300.000 ກີບ (ລົດດ່ວນ 1 ລາຄາ 400.000 ກີບ, ລົດດ່ວນ 2 ລາຄາ 350.000 ກີບ), ວຽງຈັນ-ດອນຕະລາດ 280.000 ກີບ, ວຽງຈັນ-ດອນໂຂງ 315.000 ກີບ, ວຽງຈັນ-ເວີນຄາມ 310.000 ກີບ, ວຽງຈັນ-ຊຽງຂວາງ 180.000 ກີບ(ລົດດ່ວນ 1 ລາຄາ 220.000 ກີບ, ລົດດ່ວນ 2 ລາຄາ 200.000 ກີບ).

ທີ່ມາ: ປະເທດລາວ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...