ດາວຫາງສີຂຽວປາກົດໂຕເປັນຄັ້ງທຳອິດໃນຮອບ 50.000 ປີ

0
3022

ດາວຫາງເປັນວັນຖຸທີ່ໂຄຈອນອ້ອມດວງຕາເວັນ ທີ່ປະກອບມີຝຸ່ນ ແລະ ນ້ຳແຂງ ເມື່ອດາວຫາງໂຄຈອນໃກ້ດວງຕາເວັນ ຈະມີສ່ວນທີ່ລະເຫີຍເກີດເປັນຝຸ່ນ ແລະ ແກັສອ້ອມຮອບລາກຍາວ ເຮັດໃຫ້ເບິ່ງຄືກັບດາວຫາງ.

ໃນເດືອນມີນາຂອງປະທີ່ຜ່ານມານີ້ ນັກດາລາສາດສຳຫຼວດພົບດາວຫາງ C/2022 E3 (ZTF) ຈາກກ້ອງ Zwicky Transient Facility ໃນລັດແຄລິຟໍເນຍ ປະເທດອາເມຣິກາ ເຊິ່ງດາວຫາງນີ້ມີຫາງຍາວທີ່ມີແສງສີຂຽວ ກຳລັງຈະມາປາກົດຕໍ່ມວນມະນຸດເປັນຄັ້ງທຳອິດ ໃນຮອບ 50.000 ປີ.

ໂດຍດາວຫາງເຂົ້າໃກ້ດວງຕາເວັນປະມານ 160 ລ້ານກິໂລແມັດ ໃນວັນທີ 12 ມັງກອນ 2023.

ຫຼັງຈາກນັ້ນດາວຫາງຈະເຂົ້າມາໃກ້ໂລກເຮົາຫຼາຍທີ່ສຸດໃນວັນທີ 2 ກຸມພາ 2023 ເຊິ່ງຢູ່ຫ່າງຈາກໂລກປະມານ 42 ລ້ານກິໂລແມັດ ຄາດວ່າຈະສາມາດເຫັນໃນຕອນແລງໃກ້ຄ່ຳດ້ວຍກ້ອງຊ່ອງທາງໄກ ແລະ ເປັນໄປໄດ້ທີ່ອາດຈະເຫັນດ້ວຍຕາເປົ່າໃນຊ່ວງຟ້າມືດ.

ແຫຼ່ງຂ່າວ NASA