ກອງປະຊຸມແລກປ່ຽນ ວຽກງານກ່ຽວກັບການດຶງດູດເງິນລົງທຶນຈາກຕ່າງປະເທດ

0
694

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ເມື່ອບໍ່ດົນມານີ້, ຢູ່ ແຂວງບິ່ງເຢືອງ, ກົມການລົງທຶນຕ່າງປະເທດ (ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ) ໄດ້ຈັດກອງປະຊຸມແລກປ່ຽນວຽກງານກ່ຽວກັບການດຶງດູດເງິນລົງທຶນຈາກຕ່າງປະເທດ (FDI) ໃນ 8 ເດືອນຕົ້ນປີ 2022, ພ້ອມທັງ ປຶກສາຫາລືວິທີດຶງດູດເງິນລົງທຶນຈາກຕ່າງປະເທດ ທີ່ພວມຫັນປ່ຽນເຂົ້າຕະຫຼາດ ຫວຽດນາມ ຊຶ່ງໄດ້ຄາດຄະເນວ່າ ຈະເພີ່ມຂຶ້ນຢ່າງແຂງແຮງໃນໄລຍະຈະມາເຖິງ.

ຂ່າວລະບຸວ່າ: ທ່ານ ໂດເຍິດຮ່ວາງ ຫົວໜ້າກົມການລົງທຶນຕ່າງປະເທດ ໃຫ້ຮູ້ວ່າ: ໄລ່ຮອດທ້າຍເດືອນສິງຫາ 2022, ຍອດເງິນລົງທຶນຈົດທະບຽນຂອງຕ່າງປະເທດເຂົ້າ ຫວຽດນາມ ບັນລຸ 16,7 ຕື້ໂດລາ, ທຶນປະຕິບັດແມ່ນ 12,8 ຕື້ໂດລາ, ເພີ່ມຂຶ້ນ 10,5%. ສິ່ງທີ່ເປັນໜ້າສົນໃຈນັ້ນແມ່ນ, ຄຸນນະພາບການລົງທຶນບັນດາໂຄງການໄດ້ຮັບການຍົກສູງຂຶ້ນ ບັນລຸສະເລ່ຍ 14,7 ລ້ານໂດລາ/ໂຄງການ, ສູງກວ່າ 10 ລ້ານໂດລາ/ໂຄງການ ເມື່ອທຽບໃສ່ປີ 2021.

ບັນດາໂຄງການລົງທຶນນັບມື້ນັບມີຂອບຂະໜາດໃຫຍ່ ແລະ ຄຸນນະພາບທີ່ດີຂຶ້ນກວ່າເກົ່າ. ຫວ່າງມໍ່ໆມານີ້, ຍ້ອນສະພາບການທົ່ວໂລກພວມມີການຜັນແປຫຼາຍຢ່າງ, ບັນດານັກລົງທຶນພວມຂຶ້ນແຜນການສ້າງໂຄງປະກອບກະແສເງິນລົງທຶນຄືນໃໝ່, ຫັນປ່ຽນແຫຼ່ງເງິນລົງທຶນໄປລົງທຶນຢູ່ຕະຫຼາດອື່ນໆ, ໃນນັ້ນ ມີ ຫວຽດນາມ. ນີ້ແມ່ນກາລະໂອກາດເພື່ອໃຫ້ ຫວຽດນາມ ຍາດແຍ່ງໄດ້ກາລະໂອກາດດັ່ງກ່າວ, ບັນດາແຂວງ, ນະຄອນ ຕ້ອງມີການຮ່ວມມືລະຫວ່າງເຂດ ແນໃສ່ສ້າງລະບົບນິເວດເພື່ອດຶງດູດບັນດານັກລົງທຶນດ້ານເຕັກໂນໂລຊີ.

ຕາມກົມການລົງທຶນຕ່າງປະເທດ, ໃນໄລຍະກາງ (2 – 3 ປີຈະມາເຖິງ), ບັນດາກຸ່ມບໍລິສັດເຕັກໂນໂລຊີ ຍັງໃຫ້ບຸລິມະສິດເລືອກເອົາ ຫວຽດນາມ ແມ່ນສະຖານທີ່ລົງທຶນ ຫຼື ເປີດກວ້າງການລົງທຶນ ພິເສດແມ່ນໃນຂົງເຂດຜະລິດປະດິດສ້າງ.

(ແຫຼ່ງຂໍ້ມູນຈາກ: ໜັງສືພິມ ປະຊາຊົນ)