ຊູເປີໃຕ້ຝຸ່ນຣາອີຖະຫຼົ່ມຟີລິບປິນ ຂ້າຊີວິດປະຊາຊົນກວ່າ 200 ລາຍ

ສຳນັກຂ່າວ ບີບີຊີ ລາຍງານວັນທີ 20 ທັນວານີ້ວ່າ ຊູເປີໃຕ້ຝຸ່ນຣາອີ ເຊິ່ງມີຄວາມໄວລົມປະມານ 165 ກິໂລແມັດຕໍ່ຊົ່ວໂມງ ໄດ້ພັດຂຶ້ນຝັ່ງເມື່ອວັນທີ 16 ທັນວາຜ່ານມາ ທີ່ເກາະເຊຍເກົາ (Siargao) ເຮັດໃຫ້ມີລາຍງານຍອດເສຍຊີວິດ 208 ຄົນ, ພັດຖິ່ນອີກຫຼາຍແສນຄົນ ຂະນະທີ່ຫຼາຍສິບຄົນສູນຫາຍໂດຍທີ່ຍັງບໍ່ຮູ້ຊາຕາກຳ.

ເຈົ້າໜ້າທີ່ໄດ້ຮີບຮ້ອນອົບພະຍົບປະຊາຊົນປະມານ 3 ແສນກວ່າຄົນໄປຍັງພື້ນທີ່ປອດໄພ ຂະນະທີ່ມີຜູ້ສູນຫາຍປະມານ 52 ຄົນ ແລະບາດເຈັບສາຫັດ 239 ຄົນ ເຊິ່ງຄາດວ່າຍອດຜູ້ເສຍຊວິດຍັງມີທ່າອ່ຽງຈະເພີ່ມຂຶ້ນຕື່ມອີກ ຂະນະທີ່ເຈົ້າໜ້າທີ່ຍັງສືບຕໍ່ດຳເນີນການຄົ້ນຫາຜູ້ສູນຫາຍ ເນື່ອງຈາກຍັງພົບຄວາມຫຍຸ້ງຍາກຫຼາຍປະການ ທັງໄຟດັບ ແລະການຕິດຕໍ່ສື່ສານໃນພື້ນທີ່ກໍຖືກຕັດຂາດ.

 

ຊູເປີໃຕ້ຝຸ່ນຣາອີມີຄວາມແຮງ 5 ເທົ່າທຽບກັບພະຍຸທີ່ເຄີຍເກີດຂຶ້ນຜ່ານມາ ເຊິ່ງໄດ້ສ້າງຄວາມເສຍຫາຍເປັນວົງກວ້າງ ລວມທັງເກີດນໍ້າຖ້ວມ ເຊິ່ງຜົນເສຍຫາຍເບື້ອງຕົ້ນຄາດຄະເນປະມານ 4,5 ລ້ານໂດລາສະຫະລັດ.