ປະຊາຊົນໂທສາຍດ່ວນຫາສະພາ 261 ສາຍ ຊ່ວງດຳເນີນກອງປະຊຸມ

ໄລຍະດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ 9 ຜ່ານມາ ມີປະຊາຊົນສົ່ງຄຳຄິດເຫັນຜ່ານໂທລະສັບສາຍດ່ວນເຖິງ 261 ສາຍ.

ທ່ານ ນາງ ປິ່ງຄໍາ ລາຊະສິມມາ ຄະນະປະຈໍາສະພາແຫ່ງຊາດ, ເລຂາທິການສະພາແຫ່ງຊາດ ກ່າວວ່າ: ໃນໄລຍະດຳເນີນກອງປະຊຸມສະພາແຫ່ງຊາດ ລະຫວ່າງວັນທີ 1 ຫາ 17 ພະຈິກ 2021 ໄດ້ມີປະຊາຊົນບັນດາເຜົ່າສົ່ງຄຳຄິດຄຳເຫັນຜ່ານໂທລະສັບສາຍດ່ວນ ເບີ 156 ທັງໝົດ 261 ສາຍ ເຊິ່ງບັນຫາທີ່ປະຊາຊົນສົ່ງຄຳເຫັນມານັ້ນ ແມ່ນພົວພັນເຖິງການຄຸ້ມຄອງບໍລິຫານລັດ, ການພັດທະນາເສດຖະກິດ-ສັງຄົມ, ການພັດທະນາທີ່ມີຜົນກະທົບຕໍ່ສັງຄົມ ແລະ ສິ່ງແວດລ້ອມ.

ຕໍ່ກັບຄຳຄິດເຫັນຂອງປະຊາຊົນທີ່ສົ່ງມາທາງໂທລະສັບສາຍດ່ວນດັ່ງກ່າວ ກອງເລຂາກອງປະຊຸມຈະໄດ້ສັງລວມ ແລະມອບໃຫ້ກຳມາທິການທີ່ກ່ຽວຂ້ອງ ເພື່ອປະສານສົມທົບພາກສ່ວນກ່ຽວຂ້ອງ ຄົ້ນຄວ້າແກ້ໄຂໃຫ້ຖືກຕ້ອງສອດຄ່ອງ ຕາມກົດໝາຍ ແລະ ລະບຽບການ.