ຜູ້ເສຍຊີວິດຈາກໂຄວິດ-19 ໃນປະເທດເຢຍລະມັນອາດສູງຂຶ້ນເຖິງ 100,000 ຄົນຈາກການລະບາດໃນຮອບທີ 4

ສໍານັກ ຂ່າວຕ່າງປະເທດ ໄດ້ລາຍງານວ່າ: ໃນວັນພຸດ ທີ 10 ພະຈິກ 2021 ທ່ານ ດຣ. ຄຣິສຕຽນ ຄຣອສເທີນ ທີ່ເປັນໜຶ່ງໃນນັກວິທະຍາໄວຣັສຂອງປະເທດເຢຍລະມັນ ໄດ້ອອກມາເຕືອນວ່າ ປະຊາຊົນອີກຫຼາຍກວ່າ 100,000 ຄົນ ທີ່ອາໄສຢູ່ໃນປະເທດອາດຈະຕ້ອງເສຍຊີວິດຖ້າຫາກລັດຖະບານບໍ່ລົງມືສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ທີ່ກໍາລັງລະບາດເປັນຮອບທີ 4 ນີ້.

ຄໍາເຕືອນຂອງທ່ານ ທ່ານ ດຣ. ຄຣິສຕຽນ ຄຣອສເທີນ ເກີດຂຶ້ນຫຼັງຈາກທີ່ລັດຖະບານເປີດເຜີຍວ່າ ພົບຜູ້ຕິດເຊື້ອໂຄວິດ-19 ລາຍໃໝ່ເກືອບເຖິງ 40,000 ຄົນຕໍ່ມື້ ເຊິ່ງເປັນຕົວເລກຂອງຜູ້ຕິດເຊື້ອທີ່ຫຼາຍທີ່ສຸດນັບຕັ້ງແຕ່ມີການລະບາດຂອງພະຍາດ.

ເຈົ້າໜ້າທີ່ຫົວໜ້າພະແນກຜູ້ຕິດເຊື້ອໂຄວິດ-19 ໄດ້ລະບຸວ່າ ມັນເປັນເລື່ອງທີ່ຍາກຫຼາຍທີ່ເຈົ້າໜ້າທີ່ຈະມີແຮງບັນດານໃຈໃນການປິ່ນປົວຄົນເຈັບໃນການລະບາດຂອງຮອບທີ 4 ນີ້ ເພາະປະຊາຊົນຈໍານວນຫຼາຍຍັງປະເມີນບັນຫາທີ່ກໍາລັງເກີດຂຶ້ນຢູ່ຕໍ່າເກີນໄປ ຕອນນີ້ຄົນສ່ວນໃຫຍ່ໜ້າຈະຮູ້ຈັກຄົນທີ່ເຄີຍຕິດເຊື້ອໂຄວິດ-19 ແລະ ຄວນຮູ້ເຖິງຄວາມສ່ຽງ ແຕ່ເຮົາກໍຍັງເຫັນຜູ້ຕິດເຊື້ອຈໍານວນຫຼາຍທີ່ຍັງບໍ່ທັນໄດ້ຮັບວັກຊີນ.

ສໍາລັບລັດທີ່ມີການລະບາດຫຼາຍແມ່ນເລີ່ມມີການບັງຄັບໃຊ້ມາດຕະການທີ່ເຂັ້ມງວດຂຶ້ນເພື່ອຮັບມືກັບການລະບາດ ໂດຍຜູ້ທີ່ຍັງບໍ່ທັນໄດ້ຮັບການສັກວັກຊີນຈະບໍ່ສາມາດເຂົ້າຮ້ານອາຫານ, ງານຕ່າງໆ ແລະ ສະໜາມກິລາກັບສະຖານທີ່ພັກຜ່ອນຕ່າງໆໄດ້. ຢ່າງໃດກໍຕາມ, ການເຄື່ອນໄຫວດັ່ງກ່າວເຮັດໃຫ້ກຸ່ມຜູ້ຕໍ່ຕ້ານການສັກວັກຊີນບໍ່ພໍໃຈ ແລະ ອອກມາປະທ້ວງຊຸມນຸມເປັນຈໍານວນຫຼາຍພັນຄົນ