Homeຂ່າວຕ່າງປະເທດເດັກນ້ອຍຢ່າງໜ້ອຍ 20 ຄົນ ເສຍຊີວິດໃນເຫດການໄຟໄໝ້ໂຮງຮຽນ

ເດັກນ້ອຍຢ່າງໜ້ອຍ 20 ຄົນ ເສຍຊີວິດໃນເຫດການໄຟໄໝ້ໂຮງຮຽນ

Published on

ໃນວັນທີ 9 ພະຈິກ 2021 ເວັບໄຊ້ ຂ່າວຕ່າງປະເທດ ໄດ້ລາຍງານວ່າ ເກີດເຫດເສົ້າສະຫຼົດໃຈ ໃນປະເທດນີເຊ ໄດ້ເກີດໄຟໄໝ້ທີ່ໂຮງຮຽນແຫ່ງໜຶ່ງໃນເມືອງ ມາຣາດີ ທາງພາກໃຕ້ຂອງປະເທດນີເຊ ສົ່ງຜົນເຮັດໃຫ້ເດັກນ້ອຍນັກຮຽນຢ່າງໜ້ອຍ 20 ຄົນເສຍຊີວິດຢູ່ໃນເຫດການນັ້ນ.

ເຫດການດັ່ງກ່າວເກີດຂຶ້ນທີ່ໂຮງຮຽນອະນຸບານແຫ່ງໜຶ່ງໃນວັນຈັນທີ 8 ພະຈິກ 2021 ທີ່ຜ່ານມາ ໃນເບື້ອງຕົ້ນຍັງບໍ່ຮູ້ເຖິງສາເຫດ ແລະ ທາງການກໍຍັງບໍ່ໄດ້ມີການຖະແຫຼງຂ່າວຢືນຢັນວ່າເກີດມີເຫດການໄຟໄໝ້ຢ່າງແທ້ຈິງຫຼືບໍ່. ຢ່າງໃດກໍຕາມ ມີການເຜີຍແຜ່ຮູບພາບຈາກບ່ອນເກີດເຫດຜ່ານສື່ອອນລາຍ ທີ່ສື່ໃຫ້ເຫັນຊາກຫັກເພຂອງອາຄານທີ່ຖືກໄຟໄໝ້ ແລະ ກຸ່ມຄວັນທີ່ປິວຂຶ້ນໃນອາກາດ.

ໜຶ່ງໃນຜູ້ປົກຄອງຂອງເດັກນ້ອຍທີ່ເສຍຊີວິດໃນເຫດການອອກມາບອກວ່າ: “ຕ້ອງການຮຽກຮ້ອງໃຫ້ທາງການບໍ່ໃຫ້ສ້າງໂຮງຮຽນທີ່ເຮັດດ້ວຍເຟືອງອີກ ບໍ່ວ່າຈະຢູ່ບ່ອນໃດຂອງປະເທດກໍຕາມ”

ບົດຄວາມຫຼ້າສຸດ

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...

ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄປຈສພຊ ປະກອບ 16 ຄໍາເຫັນຕໍ່ບົດລາຍງານຂອງລັດ

ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ...