ກະຊວງສາທາ ໄດ້ຄົ້ນຄ້ວາ ໃນການສັກວັກຊີນໃຫ້ເດັກອາຍຸ 12-17 ປີ

0
1335

ຕາມການລາຍງານຂອງຄະນະສະເພາະກິດປະຈຳວັນທີ 6 ພະຈິກ 2021 ໂດຍ ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ໄດ້ກ່າວໃນບົດລາຍງານຄືດັ່ງນີ້​: ທາງກະຊວງສາທານະສຸກ ກໍ່ຄື ທີມງານ ວິຊາການ ໄດ້ຄົ້ນຄວ້າ ການສັກວັກຊີນໃນຜູ້ທີ່ອາຍຸ 12-17 ປີ ເຊິ່ງກໍ່ຈະມີຂ່າວດີໃຫ້ບັນດາທ່ານຮັບຊາບໃນໄວໆນີ້.

ນອນຈາກນີ້, ຍັງໃຫ້ຮູ້ອີກວ່າ: ໃນຕໍ່ໜ້າ ຖ້າພວກເຮົາຈະເປີດປະເທດນັ້ນ ຕ້ອງໄດ້ພີຈາລະນາ ມາດຕະການທາງດ້ານສາທາລະນະສຸກ ແລະ ສັງຄົມ ເປັນຕົ້ນ ແມ່ນ:

  • ການຮຽນອອນລາຍ
  • ໂຮງງານທີ່ຈຳເປັນ ແລະ ຜູ້ໃຫ້ບໍລິການທີ່ຈຳເປັນສາມາດດຳເນີນງານ (ໄດ້ຮັບການປະເມີນຈາກພາຍນອກ ແລະປ່ຽນກັນມາເຮັດວຽກ) ແລະ ອັດຕາປົກຄຸມການສັກຢາກັນພະຍາດ ≥ 85%.
  • ທຸກສຳນັກງານ-ຫ້ອງການ ຕ້ອງອະນຸຍາດໃຫ້ເຮັດວຽກຢູ່ເຮືອນ. ສະຖານທີ່ເຮັດວຽກທຸກແຫ່ງທີ່ມີອັດຕາການສັກຢາປ້ອງກັນພະຍາດ ≥90% ສາມາດເປີດຄືນໄດ້ ຫຼັງຈາກປະເມີນຈາກພາຍນອກວ່າປອດໄພຈາກ Covid-19 ປອດໄພ ແລະ ປ່ຽນກັນມາເຮັດວຽກ. ​ປິດ​ບ່ອນ​ເຮັດ​ວຽກ​ຢູ່​ໃນ​ເຂດ​ສີ​ແດງ ເວັ້ນ​ເສຍ​ແຕ່​ມີພະນັກງານທີ່ອາໄສຢູ່ກັບທີ່.
  • ອອກມາດຕະການໃຫ້ຢູ່ເຮືອນ
  • ຫ້າມບໍ່ໃຫ້ດຳເນີນກິດຈະກຳໃນ ສະຖານທີ່ 3C
  • ສຳລັບ ຮ້ານອາຫານ ອະນຸຍາດພຽງແຕ່ກໍລະນີ ທີ່ເອົາກັບບ້ານ ແລະ ນໍາສົ່ງ
  • ຫ້າມບໍ່ໃຫ້ມີການໂຮມຊມນຸມຍົກເວັ້ນກໍລະນີທີ່ໄດ້ຮັບອະນຸຍາດຈາກໜ່ວຍງານສະເພາະກິດ
  • ຫ້າມບໍ່ໃຫ້ມີການເດີນທາງລະຫວ່າງ ເມືອງຕໍ່ເມືອງ ແລະ ແຂວງຕໍ່ແຂວງ ຍົກເວັ້ນກໍລະນີທີ່ໄດ້ຮັບອະນຸຍາດຈາກໜ່ວຍງານສະເພາະກິດປ້ອງກັນ Covid-19
  • ຈຳກັດການເດີນທາງລະຫວ່າງປະເທດ: ການຈຳກັດບໍລະເວນ 14 ມື້
  • ໃສ່ຜ້າອັດປາກ-ດັງ,ອານາໄມມື,ປະຕິບັດມາລະຍາດໃນການໄອ-ຈາມໃນສະຖານທີ່ສາທາລະນະ

ມາດຕະການທາງສັງຄົມທີ່ກໍາລັງປະຕິບັດ ບໍ່ວ່າຈະເປັນການກວດກັ່ນກອງຄົນເຂົ້າອອກເມືອງ ເພື່ອສົ່ງສິນຄ້າ, ມາດຕະການຫ້າມການໂຮງຊຸມນຸມຕ່າງໆ ກໍ່ຍັງດໍາເນີນ ຄຽງຄູ່ໄປກັບມາດຕະການທາງດ້ານການແພດ ເຊັ່ນການກວດຄົ້ນຫາຄົນເຈັບ, ການສອບສວນຫາແຫຼ່ງການຕິດເຊື້ອ, ການກັກກັນ ແລະ ປິ່ນປົວ.