ປະກົດການ “ດາວເສົາໃກ້ດາວພະ ຫັດ” ທີ່ສຸດໃນຮອບເກືອບ 800 ປີ

ສຳນັກຂ່າວ CNN ລາຍງານວ່າ ດາວເຄາະທີ່ໃຫຍ່ທີ່ສຸດ 2 ດວງຂອງລະບົບສຸລິຍະຈັກກະວານຈະຢູ່ເທິງຟ້າໃນຕຳແໜ່ງໃກ້ຄຽງກັນທີ່ສຸດໃນຮອບ 794ປີ ໃນຄໍ່າຄືນຂອງວັນທີ 21 ທັນວາ 2020ນີ້ ເຊິ່ງປະກົດການດັ່ງກ່າວມີຊື່ວ່າ ຄອນຈັງຊັນ (Conjunction).

ທ່ານ ແພທຣິກ ຮາຕິແກນ ນັກວິຊາການດ້ານຟີຊິກ ແລະ ດາລາສາດຈາກມະຫາວິທະຍາໄລ ໄຣຊ໌ ໃນນະຄອນຮູສຕັນ ລັດເທັກຊັສ ຂອງອາເມລິກາ ໃຫ້ຄວາມເຫັນຕໍ່ປະກົດການນີ້ວ່າ ຄວາມຈິງແລ້ວການເກີດດາວເສົາ ແລະ ດາວພະຫັດມາຢູ່ໃກ້ກັນມັນເກີດຂຶ້ນທຸກໆ 20 ປີ ແຕ່ການຢູ່ໃກ້ກັນໃນຄັ້ງນີ້ມັນມີຄວາມພິເສດກວ່າຄັ້ງອື່ນໆ ເພາະຢູ່ໄລຍະໃກ້ກັນຫຼາຍກວ່າຄັ້ງທີ່ຜ່ານມາ ເຊິ່ງການໃກ້ກັນຂອງທັງສອງດາວຄັ້ງຫຼ້າສຸດແມ່ນເກີດຂຶ້ນເມື່ອວັນທີ 4 ມີນາ 1769.

ເຖິງແມ່ນວ່າການເບິ່ງຈາກໂລກຂຶ້ນໄປເທິງຟ້າຈະເຫັນດາວທັງສອງດວງນີ້ຢູ່ໃກ້ກັນຫຼາຍກໍ່ຕາມ ແຕ່ອົງການນາຊ່າ ລະບຸວ່າ ດາວເຄາະທັງສອງດວງນີ້ ກໍ່ຍັງຢູ່ຫ່າງກັນໃນອາວະກາດຫຼາຍຮ້ອຍກິໂລແມັດ.

ຮຽບຮຽງຂ່າວ: ພຸດສະດີ