ສສຊ ເນັ້ນໃຫ້ນັກວິຊາການວາງລາຄາໄຟຟ້າລົງໄປເບີ່ງຕົວຈິງ

ການປະຕິບັດນະໂຍບາຍຫຼຸດລາຄາໄຟຟ້າ ໃນໄລຍະການແຜ່ລະບາດຂອງພະຍາດ ໂຄວິດ-19 ຂອງລັດຖະບານ ມີໂຄງສ້າງລາຄາໄຟຟ້າ ໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ສະພາແຫ່ງຊາດ (ສສຊ) ສະເໜີໃຫ້ລັດຖະບານຊີ້ແຈງກ່ຽວກັບການຫລຸດລາຄາໄຟຟ້າ ໃຫ້ມີຄວາມຈະແຈ້ງຕື່ມ.

ໜັງສືພິມວຽງຈັນທາມ ລາຍງານໃຫ້ຮູ້ວ່າ ທ່ານ ສາຍທອງ ແກ້ວດວງດີ ສະມາຊິກສະພາແຫ່ງຊາດ ເຂດ 1 ນະຄອນຫຼວງວຽງຈັນໄດ້ສະເໝີຕໍ່ນາຍົກລັດຖະມົນຕີ ໃນບໍ່ດົນມານີ້ ຢູ່ ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ວ່າ: ການປັບໂຄງສ້າງລາຄາໄຟຟ້າໃໝ່ ທີ່ກໍານົດໃຫ້ລາຄາຖືກຮອດພຽງແຕ່ 150 ກິໂລວັດໂມງ/ເດືອນໃນລາຄາ 355 ກີບ/ກິໂລວັດໂມງ ແຕ່ເມື່ອໃຊ້ກາຍ 150 ກິໂລວັດໂມງໃຫ້ ຄູນ 2 ຫຼື ເທົ່າກັບ 710 ກີບ/ກິໂລວັດໂມງ. ໂດຍສ່ວນຕົວຄິດວ່າຖ້າຕັ້ງ 150 ກິໂລວັດໂມງ/ເດືອນແມ່ນບໍ່ເໝາະສົມ ຄວນຕັ້ງຖານຂຶ້ນມາໃໝ່ ເພາະເຮືອນໜຶ່ງ ຫຼື ຊາວກະສິກອນໃດໜຶ່ງທີ່ປູກພຶດຜັກ, ປູກ ເຂົ້າ ທີ່ໃຊ້ໂປມດູດນໍ້າຫົດແມ່ນຕ້ອງໃຊ້ກາຍ 150 ກິໂລວັດໂມງຢູ່ແລ້ວຊຶ່ງມັນໄດ້ສົ່ງຜົນກະທົບໃຫ້ຊາວກະສິກອນຈໍານວນຫຼາຍຢຸດເຊົາປູກພຶດຍ້ອນລາຄາໄຟຟ້າແພງ ຈຶ່ງເຮັດໃຫ້ມີປະກົດການພືດຜັກຂ້າມຂອງ. ບັນດານັກວິຊາການວາງລາຄາຕ້ອງລົງໄປເບິ່ງຕົວຈິງ, ບໍ່ແມ່ນນັ່ງຢູ່ຫ້ອງການວາດພາບເອົາຊື່ໆວ່າຄອບຄົວທຸກຍາກຕ້ອງໃຊ້ໄຟທໍ່ນັ້ນທໍ່ນີ້, ເດືອນໜຶ່ງໃຊ້ໄຟປະມານນັ້ນນີ້.

 

ຮຽບຮຽງຂ່າວ: ພຸດສະດີ