ສາຍການບິນ 7 ແຫ່ງຂອງຈີນທີ່ໃຫ້ການບໍລິການຖ້ຽວບິນເຂົ້າ-ອອກອາເມລິກາຖືກລະງັບຊົ່ວຄາວ

ເວັບໄຊຂ່າວ dailynews ລາຍງານໃຫ້ຮູ້ວ່າ ກະຊວງຄົມມະນາຄົມຂອງອາເມລິກາອອກຖະແຫຼງການເມື່ອວັນທີ 3 ມິຖຸນາ 2020 ເລື່ອງການລະງັບສາຍການບິນ 7 ແຫ່ງຂອງຈີນ ທີ່ໃຫ້ການບໍລິການຖ້ຽວບິນເຂົ້າ-ອອກ ສະຫະລັດອາເມລິກາ ໃຫ້ມີຜົນບັງຄັບໃຊ້ນັບຕັ້ງແຕ່ວັນທີ 16 ມິຖຸນາ 2020ນີ້ ຈົນກວ່າຈະມີການປ່ຽນແປງ ເຊິ່ງເນື້ອຫາໃນຖະແຫຼງການລະບຸວ່າ ມາດຕະການດັ່ງກ່າວອາດຈະເກີດຂຶ້ນໄວກວ່ານັ້ນ ເພາະມັນຂຶ້ນຢູ່ກັບຄຳສັ່ງສຸດທ້າຍຂອງປະທານາທິບໍດີ ໂດນັລ ທຣໍ້າ.

ສຳລັບເຫດຜົນໃນການຕັດສິນເລື່ອງນີ້ ກະຊວງຄົມມະນາຄົມຂອງອາເມລິກາອ້າງວ່າ ສາຍການບິນຫຼາຍແຫ່ງຂອງອາເມລິກາໄດ້ຍື່ນຄຳຮ້ອງຕໍ່ສຳນັກງານການບິນພົນລະເຮືອນຂອງລັດຖະບານຈີນ ຕັ້ງແຕ່ເດືອນ ພຶດສະພາ ທີ່ຜ່ານມາ ເພື່ອຂໍໃຫ້ກັບມາເປີດບໍລິການເສັ້ນທາງລະຫວ່າງຈີນຕັ້ງແຕ່ວັນທີ 1 ມິຖຸນາ ຫຼັງຈາກຢຸດໄປຫຼາຍເດືອນເພາະວິດກິດການລະບາດໂຣກໂຄວິດ-19 ແຕ່ກັບບໍ່ໄດ້ຮັບການຕອບສະໜອງ ເຊິ່ງນີ້ຖືເປັນການລະເມີດຄວາມຮ່ວມມືດ້ານການບິນໃນລະດັບພາຄີ.

ຄວາມເຄື່ອນໄຫວຂອງອາເມລິກາໃນເລື່ອງນີ້ເກີດຂຶ້ນຫຼັງຈາກທີ່ລັດຖະບານຈີນປະຕິເສດໃຫ້ສາຍການບິນ 4 ແຫ່ງເຊັ່ນ: ແອຣ໌ ໄຊນາ, ໄຊນາ ອິສເທິນ ແອຣ໌ລາຍ, ໄຊນາ ເຊົາເທີນ ແອຣ໌ລາຍ ແລະ ໄຫ່ໜານ ແອຣ໌ລາຍ ສົ່ງຂໍ້ມູນການບິນໃຫ້ກັບກະຊວງຄົມມະນາຄົມຂອງອາເມລິກາ ພາຍໃນວັນທີ 27 ພຶດສະພາທີ່ຜ່ານມາ.

 

ຮຽບຮຽງຂ່າວ: ພຸດສະດີ