ຮປພ ໂຮງຮຽນອະນຸບານໃນຈີນກໍ່ເຫດໃຊ້ມີດໄລ່ແທງຄູ-ນັກຮຽນ ບາດເຈັບ 39 ຄົນ

ເວັບໄຊ sanook ລາຍງານໃຫ້ຮູ້ວ່າ ເມື່ອວັນທີ 4 ມິຖຸນາ ທີ່ຜ່ານມາ ຕຳຫຼວດເຂດປົກຄອງຕົນເອງ ກວ່າງຊີຈ້ວງ ທາງຕອນໃຕ້ຂອງຈີນ ລາຍງານ ເກີດເຫດທຳຮ້າຍຮ່າງກາຍທີ່ໂຮງຮຽນອະນຸບານແຫ່ງໜຶ່ງ ເຮັດໃຫ້ມີຜູ້ບາດເຈັບ 39 ຄົນ.

ສຳນັກງານຄວາມປອດໄພສາທາລະນະຂອງ ເມືອງ ຊາງອູ໋ ໃນກວ່າງຊີ ລາຍງານວ່າ ເຈົ້າໜ້າທີ່ຮັກສາຄວາມປອດໄພຄົນໜຶ່ງໃນໂຮງຮຽນ ກໍ່ເຫດໃຊ້ມີດໄລ່ແທງຄົນໃນໂຮງຮຽນອະນຸບານ ເມື່ອເວລາປະມານ 8.30 ນາທີ ຕາມເວລາທ້ອງຖິ່ນ.

ເຫດການດັ່ງກ່າວເຮັດໃຫ້ມີຜູ້ບາດເຈັບ 39 ຄົນ ເຊິ່ງບາດເຈັບເລັກໜ້ອຍ 37 ຄົນ ແລະ ບາດເຈັບສາຫັດ 2 ຄົນ ໂດຍຜູ້ບາດ ເຈັບທັງໝົດຖືກນຳຕົວສົ່ງໂຮງໝໍຮຽບຮ້ອຍແລ້ວ,​ໃນຂະນະທີ່ເຈົ້າໜ້າທີ່ຕຳຫຼວດກຳລັງດຳເນີນການສອບສວນຫາສາເຫດ ແລະ ແຮງຈູງໃຈໃນການກໍ່ເຫດດັ່ງກ່າວ.

 

 

ຮຽບຮຽງຂ່າວ: ພຸດສະດີ