ນາຊ່າກຽມເປີດຂາຍທົວທ່ອງທ່ຽວອະວະກາດ

ອົງການບໍລິຫານການບິນ ແລະ ອະວະກາດແຫ່ງຊາດ ຫຼື ນາຊ່າ ຈະເປີດສະຖານີອະວະກາດນາຊ່າ ຫຼື ISS ໃຫ້ນັກທ່ອງທ່ຽວໄດ້ຂຶ້ນໄປຢ້ຽມຢາມອະວະກາດນັບຕັ້ງແຕ່ປີ 2020 ເປັນຕົ້ນໄປ.

ບັນດານັກທ່ອງທ່ຽວຈະໄດ້ຮັບອະນຸຍາດເດີນທາງໄປ ISS ດ້ວຍຍານອະວະກາດຂອງສະຫະລັດໄດ້ສູງສຸດເຖິງ 30 ວັນ ໃນລາຄາ 35.000 ໂດລາຕໍ່ 1 ຄືນ ສ່ວນລະດູທ່ອງທ່ຽວອະວະກາດແມ່ນຈະຈັດຂຶ້ນປີລະ 2 ຄັ້ງ.

ສຳລັບບໍລິສັດເອກະຊົນທີ່ນາຊ່າຈ້າງປະກອບມີ 2 ບໍລິສັດໄດ້ຄື ບໍລິສັດ ສະເປຊເອັກ ຂອງທ່ານ ອີລອນ ມັສ ຊຶ່ງຈະໃຊ້ຍານແຄັບຊູ ດຣາກ້ອນ ແລະ ໂບອິ້ງ ທີ່ສ້າງຍານອະວະກາດ ສະຕາຣໄລເນີ ໂດຍທັງສອງບໍລິສັດຈະຮັບຜິດຊອບການກຳນົດທີມງານ ແລະ ກວດສຸຂະພາບ ພ້ອມຝຶກອົບຮົມໃຫ້ແກ່ນັກທ່ອງທ່ຽວອະວະກາດໃຫ້ກຽມຄວາມພ້ອມກ່ອນອອກເດີນທາງ.

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: news.mthai