Homeຂ່າວຕ່າງປະເທດເດັກໃນອິນເດຍເສຍຊີວິດຈາກພະຍາດສະໝອງອັກເສບເພີ່ມກວ່າ 100 ລາຍ

ເດັກໃນອິນເດຍເສຍຊີວິດຈາກພະຍາດສະໝອງອັກເສບເພີ່ມກວ່າ 100 ລາຍ

Published on

ເມື່ອວັນທີ 17 ມິຖຸນາຜ່ານມາທີ່ລັດພິຫານ ທາງຕອນເໜືອຂອງປະເທດອິນເດຍໄດ້ເປີດເຜີຍວິກິດກ່ຽວກັບເດັກທີ່ເສຍຊີວິດດ້ວຍພະຍາດສະໝອງອັກເສບກະທັນຫັນ (AES) ຊຶ່ງເຊື່ອວ່າກ່ຽວຂ້ອງກັບໝາກໄມ້ຊະນິດໜຶ່ງ (ລິ້ນຈີ່) ເພີ່ມຂຶ້ນກວ່າ 100 ລາຍແລ້ວ ໂດຍສ່ວນໃຫຍ່ມີອາການເລືອດຂາດນ້ຳຕານກລູໂຄສແບບກະທັນຫັນ ຊຶ່ງເກີດຂຶ້ນທຸກປີໃນຊ່ວງລະດູຮ້ອນ ແລະ ເປັນລະດູຂອງລິ້ນຈີ່ອີກດ້ວຍ.

ຊຶ່ງເມື່ອບໍ່ດົນມານີ້ນັກວິໄຈຂອງອາເມຣິກາກໍໄດ້ສຶກສາພົບວ່າ ພະຍາດດັ່ງກ່າວມີຄວາມກ່ຽວພັນກັບສານພິດທີ່ພົບຢູ່ໃນໝາກລິ້ນຈີ່ ຂະນະທີ່ຄື້ນຄວາມຮ້ອນຊຶ່ງມີອຸນຫະພູມສູງເຖິງ 45 ອົງສາໃນລັດພິຫານ ສົ່ງຜົນໃຫ້ມີຜູ້ເສຍຊີວິດເຖິງ 78 ລາຍ ສ່ວນໃຫຍ່ມີອາຍຸເກີນ 50 ປີ ດັ່ງນັ້ນ ທາງການຈຶ່ງປະກາດເຄີຣຟິລຄື້ນຄວາມຮ້ອນດ້ວຍການຫ້າມກໍ່ສ້າງ ແລະ ເຮັດກິດຈະກຳນອກບ້ານຕັ້ງແຕ່ເວ ລາ 11:00-16:00 ໂມງ.

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: thairath.co.th

ບົດຄວາມຫຼ້າສຸດ

ລັດຖະບານ ຍີ່ປຸ່ນ ມອບພາຫະນະ, ອຸປະກອນ ແລະ ລົດກົນຈັກ ສ້ອມແປງຂົວ-ທາງ ໃຫ້ ກະຊວງ ຍທຂ

ໃນວັນທີ 9 ພະຈິກ 2026 ທີ່ລັດວິສາຫະກິດ ກໍ່ສ້າງທາງເລກ 8 ທີ່ນະຄອນຫຼວງວຽງຈັນ ໄດ້ມີພິທີ ມອບ-ຮັບ ອຸປະກອນ ແລະ ລົດກົນຈັກ ສ້ອມແປງຂົວ-ທາງ...

JOYEE N01 ພ້ອມລຸຍຕະຫຼາດໂລກຢ່າງເປັນທາງການ!

ວັນທີ 28 ຕຸລາ ທີ່ຜ່ານມາ, China FAW (ສາຂາ Yancheng) ໄດ້ຈັດພິທີສະຫຼອງການຜະລິດ JOYEE N01 ຈຳນວນຫຼາຍ (Mass Production)...

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ປະເທດທີ່ຍິ່ງໃຫຍ່ ເກີດຈາກການນຳພາຂອງຜູ້ນຳ: 5 ຫຼັກການສຳລັບລາວ ແລະ ປະເທດອື່ນໆ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...