ລ້ຳໄປອີກຂັ້ນ ສິງກະໂປຈຳກັດເຂດສູບຢາບັນດາສິງອົມຄວັນ

ບໍລິສັດເອກະຊົນແຫ່ງໜຶ່ງໃນສິງກະໂປນຳໃຊ້ຕູ້ສູບຢາທີ່ຕິດຕັ້ງໃນທີ່ສາທະນະ ເພື່ອອຳນວຍຄວາມສະດວກໃຫ້ກັບບັນດາສິງອົມຄວັນ (ນັກສູບຢາ) ທີ່ຕ້ອງອອກມາສູບຢາຢູ່ນອກອາຄານ ຫຼື ສະຖານທີ່ເຮັດວຽກ ທັງນີ້ ກໍເພື່ອຮັກສາສິ່ງແວດລ້ອມ ລວມເຖິງປ້ອງກັນອັນຕະລາຍທີ່ເກີດຈາກຄວັນຢາສູບອີກດ້ວຍ.

ໂດຍບໍລິສັດເອສຊີຈີວາງແຜນຕິດຕັ້ງຕູ້ສູບຢາຊຶ່ງນຳໃຊ້ລະບົບກອງອາກາດຄຸນນະພາບດີທີ່ນຳເຂົ້າຈາກດານມາກ ຊຶ່ງສາມາດຮອງຮັບສິງອົມຄວັນໄດ້ເຖິງ 10 ຄົນຕໍ່ 1 ຕູ້ ທັງນີ້ ກໍມີເປົ້າໝາຍຈະຂະຫຍາຍຕູ້ສູບຢາໃຫ້ໄດ້ຢ່າງໜ້ອຍ 60 ຕູ້ທົ່ວປະເທດພາຍໃນປີນີ້ ເຖິງແມ່ນວ່າຈະມີສຽງວິພາກວິຈານຈາກກຸ່ມຜູ້ທົດລອງໃຊ້ຕູ້ດັ່ງກ່າວວ່າມີຂະໜາດນ້ອຍ ແລະ ແອອັດເກີນໄປ ພ້ອມນີ້ ບັນດາສິງອົມຄວັນກໍໄດ້ຮຽກຮ້ອງໃຫ້ຜູ້ຜະລິດເສີມຕັ່ງນັ່ງພາຍໃນຕູ້ດັ່ງກ່າວ.

ທັງນີ້ ປະເທດສິງກະໂປຖືເປັນປະເທດທີ່ມີກົດໝາຍກ່ຽວກັບການສູບຢາທີ່ເຂັ້ມງວດທີ່ສຸດ ໂດຍລັດຖະບານໄດ້ແກ້ໄຂກົດໝາຍໂດຍກຳນົດອາຍຸຂັ້ນຕ່ຳຂອງຜູ້ທີ່ສາມາດສູບຢາໄດ້ຂຶ້ນເປັນ 19 ປີ ຊຶ່ງມີຜົນບັງຄັບໃຊ້ນັບແຕ່ຕົ້ນປີຜ່ານມາ ສຳລັບຜູ້ທີ່ຝ່າຝືນອອກມາສູບຢານອກພື້ນທີ່ກຳນົດແມ່ນຈະບໍ່ມີການຕັກເຕືອນອີກຕໍ່ໄປ ແຕ່ຈະຖືກຈັບ ແລະ ອາດຈະຖືກປັບໄໝຂັ້ນຕ່ຳທັນທີ 200 ໂດລາສິງກະໂປ ແລະ ສູງສຸດເຖິງ 1.000 ໂດລາສິງກະໂປ.

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ:AFP